ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”, ງານບຸນດັ່ງກ່າວໄດ້ເຊີດຄຸນຄ່າຂອງສັນຕິພາບ, ສົ່ງສານກ່ຽວກັບສັນຕິພາບຂອງປະຊາຊົນ ກວ໋າງຈິ ໃນກະແສຄວາມຄາດຫວັງຂອງຊາດ ຫວຽດນາມ ແລະ ບັນດາຊົນຊາດຮັກຫອມສັນຕິພາບໃນໂລກ.
ກ່າວຄຳເຫັນໃນງານບຸນ, ຮອງປະທານປະເທດ ຫວຽດນາມ ທ່ານນາງ ຫວໍທິແອັງຊວັນ ຢັ້ງຢືນວ່າ ຜ່ານສົງຄາມມາຫຼາຍຄັ້ງ, ປະຊາຊົນ ຫວຽດນາມ ເຂົ້າໃຈຄຸນຄ່າຂອງສັນຕິພາບຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຄວາມຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນໂລກ.
ງານບຸນເພື່ອສັນຕິພາບປີ 2024 ຈັດຫຼາຍກິດຈະກຳທີ່ອຸດົມສົມບູນໃນຕະຫຼອດເດືອນ ກໍລະກົດ ເຊັ່ນ ລາຍການສະແດງສິລະປະ,ງານບຸນວັດທະນະທຳ - ອາຫານສາກົນ, ກອງປະຊຸມສຳມະນາ...