• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​​​ການສຶກ​ສາ ອາ​ຊຽນ ຄັ້ງ​ທີ 12

ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຫງວຽນກີມເຊີນ ລັດຖະມົນຕີ ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ປະທານກອງປະຊຸມ ລັດຖະມົນຕີການສຶກສາ ອາຊຽນ ຄັ້ງທີ 12. ນີ້ແມ່ນເຫດການທີ່ສຳຄັນໃນສະໄໝທີ່ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ເປັນປະທານຜັດປ່ຽນ ຂອງການຮ່ວມມືດ້ານການສຶກສາ ອາຊຽນ ປີ 2022-2023.
  ຜູ້ແທນບັນດາປະເທດເຂົ້າຮ່ວມພິທີ, ຖ່າຍຮູບເປັນທີ່ລະນຶກ (ພາບ: VGP/Nhật Nam)  

ກ່າວຄຳເຫັນຢູ່ພິທີໄຂກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດ ເມື່ອໄດ້ຈັດຕັ້ງແບບເຊິ່ງໜ້າ ພາຍຫຼັງ 2 ປີ ທີ່ທົ່ວໂລກຕ້ານໂລກລະບາດໂຄວິດ - 19 ແລະ ວຽກງານການສຶກສາຢູ່ທົ່ວໂລກລ້ວນແຕ່ຖືກຂາດວັກຂາດຕອນ.

ຜ່ານກອງປະຊຸມນີ້ ແລະ ພ້ອມດ້ວຍບຸລິມາສິດຕ່າງໆໃນສະໄໝ ທີ່ຫວຽດນາມໄດ້ຮັບກຽດເປັນປະທານຮ່ວມມືດ້ານການສຶກສາ 2022-2023 ຂອງອາຊຽນ, ຂ້າພະເຈົ້າເຊື່ອໝັ້ນວ່າການນຳຂະແໜງສຶກສາຂອງບັນດາປະເທດ ອາຊຽນ ຈະພ້ອມກັນກໍ່ສ້າງ ແລະ ປະຕິບັດນະໂຍບາຍການສຶກສາຢ່າງຖືກຕ້ອງ, ມີປະສິດທິຜົນ. ກ່ອນອື່ນໝົດແມ່ນເພື່ອຟື້ນຟູ ແລະ ຮັກສາລັກສະນະຕໍ່ເນື່ອງຂອງການເຄື່ອນໄຫວດ້ານການສຶກສາ.

ຢູ່ທີ່ກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການສຶກສາ ແລະ ບຳລຸງສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາບົດຮຽນພຶດຕິກຳຕົວຈິງ, ປະສົບການ ແລະ ການຊອກຫາມາດຕະການການຮ່ວມມື, ມຸ່ງໄປສູ່ການພັດທະນາດ້ານການສຶກສາແບບຍືນຍົງ ຂອງແຕ່ລະປະເທດ, ພິເສດແມ່ນໃນສະພາບການພາຍຫຼັງໂລກລະບາດໂຄວິດ 19.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top