• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນ St. Petersburg (ລັດ​ເຊຍ)

ວັນທີ 23 ເມສາ, ກອງປະຊຸມສາກົນກ່ຽວກັບຄວາມໝັ້ນຄົງ ໄດ້ໄຂຂຶ້ນຢູ່ນະຄອນ St.Petersburg ຂອງ ລັດ ເຊຍ, ໄດ້ເຕົ້າໂຮມຜູ້ແທນຂັ້ນສູງກ່ຽວກັບຄວາມໝັ້ນຄົງຂອງບັນດາປະເທດ. ກອງປະຊຸມຈະດຳເນີນຮອດວັນທີ 25 ເມສາ ຈຶ່ງອັດລົງ.
ແຈໜຶ່ງຂອງນະຄອນ St. Petersburg (ພາບປະກອບ: Euronews)
ວັນທີ 23 ເມສາ, ກອງປະຊຸມ ແມ່ນບັນດາເລຂາສະພາຄວາມໝັ້ນຄົງ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ບັນດາຮອງນາຍົກລັດຖະມົນຕີທີ່ຮັບຜິດຊອບວຽກງານນີ້, ຜູ້ນຳໜ້າບັນດາອົງການຄວາມໝັ້ນຄົງ ແລະ ບັນດາອົງການພິເສດ, ກໍຄືຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນ. ເຫດການໄດ້ດຳເນີນພາຍໃນ 3 ວັນ ໂດຍສຸມໃສ່ເຂົ້າການຮັບປະກັນການສະໜອງຄວາມປອດໄພດ້ານຂໍ້ມູນຂ່າວສານໃນສະພາບການໂລກພວມແບ່ງຂົ້ວ. ໂຄງການດຳເນີນງານກໍລວມທັງບັນດາບັນຫາຮັກສາສີສັນຊາດ, ບັນດາຄຸນຄ່າທີ່ເປັນມູນເຊື້ອ ຄືດັ່ງປັດໄຈບໍ່ອາດຂາດໄດ້ໃນການໜູນຊ່ວຍຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບສາກົນ. ນອກຈາກນັ້ນແລ້ວ, ຜູ້ຕາງໜ້າຂອງບັນດາປະເທດຈະປຶກສາຫາລືກັບການຮ່ວມມື ເພື່ອແນໃສ່ສະກັດກັ້ນສະພາບອົບພະຍົບແບບຜິດກົດໝາຍ ກໍຄື ປົກປ້ອງປະຊາຊົນໃນການປະທະກັນຕ່າງໆ ແລະ ບັນດາກໍລະນີສຸກເສີນຍ້ອນໄພພິບັດ.  

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top