ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນກອງປະຊຸມຄັ້ງທີ 5 ຈະມາເຖິງຂອງສະພາແຫ່ງຊາດ ວຽກງານສ້າງກົດໝາຍແມ່ນໜ້າທີ່ສຳຄັນຈຸດສຸມທີ່ກ່ຽວຂ້ອງເຖິງການພິຈາລະນາປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍຫຼາຍສະບັບທີ່ສຳຄັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ການຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດເພື່ອແນໃສ່ຍົກສູງຄຸນນະພາບບັນດາຮ່າງກົດໝາຍພ້ອມທັງຫຼຸດເວລາຈັດຕັ້ງກອງປະຊຸມສະໄໝສາມັນຢ່າງເປັນທາງການລົງ. ດັ່ງນັ້ນ, ໃນ 3 ວັນດຳເນີນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດສະເພາກິດຄວນຄົ້ນຄ້ວາຢ່າງລະອຽດ, ແລກປ່ຽນ, ປຶກສາຫາລື ກັບບັນດາອົງການຮຽບຮຽງ, ອົງການກວດກາເພື່ອແນໃສ່ປະກອບຫຼາຍຄຳເຫັນທີ່ມີຄຸນນະພາບ, ເລິກເຊິ່ງກ່ຽວກັບຮ່າງກົດໝາຍສະບັບຕ່າງໆ.