• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ທົ່ວ​ໂລກ ຄັ້ງ​ທີ 9

ຫວຽດນາມ ມີຄວາມເປັນກຽດ ແລະ ຮູ້ສຶກເອກອ້າງທະນົງໃຈ ເມື່ອ ສະຫະພັນລັດຖະສະພາທົ່ວໂລກ ໄດ້ເລືອກເອົາເປັນປະທານເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9.

ຕອນເຊົ້າວັນທີ 15 ກັນຍາ, ພິທີໄຂກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ດ້ວຍຫົວຂໍ້ “ບົດບາດຂອງ

   ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)  

ໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ” ໄດ້ດຳເນີນຢູ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ສົ່ງຊໍ່ດອກໄມ້ອວຍພອນກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ຫວຽດນາມ ມີຄວາມເປັນກຽດ ແລະ ຮູ້ສຶກເອກອ້າງທະນົງໃຈ ເມື່ອ ສະຫະພັນລັດຖະສະພາທົ່ວໂລກ ໄດ້ເລືອກເອົາເປັນປະທານເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9. ຜ່ານກອງປະຊຸມ, ຫວຽດນາມ ມີຄວາມປາດຖະໜາ ຢາກຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນ IPU, ພ້ອມທັງສະແດງໃຫ້ເຫັນບຸລິມະສິດ, ຄວາມເອົາໃຈໃສ່ເປັນພິເສດຂອງ ຫວຽດນາມ ຕໍ່ຊາວໜຸ່ມ ແລະ ບັນດາບັນຫາລວມທົ່ວໂລກ ຂອງໄວໜຸ່ມໃນປັດຈຸບັນ.

 ໃນສານສົ່ງມາຍັງກອງປະຊຸມດັ່ງກ່າວ, ທ່ານປະທານປະເທດ ຫວໍ້ວັນເຖືອງຢັ້ງຢືນວ່າ:

ຂ້າພະເຈົ້າຕີລາຄາສູງຫົວຂໍ້ຂອງກອງປະຊຸມຄັ້ງນີ້ ແມ່ນສ່ອງແສງຄວາມສົນໃຈລວມຂອງທຸກປະເທດແມ່ນເຮັດແນວໃດເພື່ອຍາດແຍ່ງບັນດາຜົນສຳເລັດ ທີ່ກະໂດດຂັ້ນເຊິ່ງ ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳນຳມາໃຫ້, ເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ສາກົນ ເພື່ອແນໃສ່ຍູ້ໄວ ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງກ່ວາອີກ, ພ້ອມທັງເປີດກວ້າງການເຂົ້າຮ່ວມຂອງໄວໜຸ່ມເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສວ່ນເຂົ້າໃນສັນຕິພາບ ແລະ ວັດທະນາຖາວອນ ໃຫ້ແກ່ທຸກປະເທດໃນໂລກ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top