• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສແຫ່ງຊາດການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຂະແໜງອຸດສາຫະກຳ ການຄ້າປີ 2023

ທີ່ວາລະປະຊຸມຄົບຄະນະ, ບັນດານັກປາຖະກະຖາໄດ້ແບ່ງບັນບັນດາເນື້ອໃນກ່ຽວກັບການກຳນົດທິດຫັນເປັນດີຈີຕອນຂອງຂະແໜງການຮອດປີ 2025; ນຳໃຊ້ເຕັກໂນໂລຊີ 4.0 ເຂົ້າການຜະລິດອັດສະລິຍະ; ມາດຕະການຫັນເປັນດີຈີຕອນໃນວິສາຫະກິດພາຍໃນຂະແໜງ
ທ່ານຮອງລັດຖະມົນຕີກະຊວງອູດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດ ກ່າວຄຳເຫັນທີ່ເວທີປາໄສ (ພາບ:ກະຊວງອຸດສາຫະກຳ -ການຄ້າ ຫວຽດນາມ)

ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ເປັນເຈົ້າພາບ ແລະ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດເວທີປາໄສແຫ່ງຊາດການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຂະແໜງອຸດສາຫະກຳ - ການຄ້າປີ 2023. ດ້ວຍຫົວຂໍ້ “ຫັນເປັນດີຈີຕອນໃນຂົງເຂດອຸດສາຫະກຳ - ການຄ້າ ສີຂຽວ ແລະ ແບບຍືນຍົງ”, ເວທີປາໄສໄດ້ເຕົ້າໂຮມບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດມາປຶກສາຫາລື, ສະເໜີມາດຕະການກໍ່ຄືວິທີການສົມທົບ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ວິວັດການຫັນເປັນດີຈີຕອນ, ໝູນໃຊ້ການຄ້າເອເລັກໂຕນິກ, ພັດທະນາລັດຖະບານເອເລັກໂຕນິກພາຍໃນ ຂະແໜງອຸດສາຫະກຳ ການຄ້າ - ຕາມທິດ “ເຕົ້າໂຮມ, ມີປະສິດທິຜົນ, ສີຂຽວ ແລະ ຍືນຍົງ”. ທີ່ວາລະປະຊຸມຄົບຄະນະ, ບັນດານັກປາຖະກະຖາໄດ້ແບ່ງບັນບັນດາເນື້ອໃນກ່ຽວກັບການກຳນົດທິດຫັນເປັນດີຈີຕອນຂອງຂະແໜງການຮອດປີ 2025; ນຳໃຊ້ເຕັກໂນໂລຊີ 4.0 ເຂົ້າການຜະລິດອັດສະລິຍະ; ມາດຕະການຫັນເປັນດີຈີຕອນໃນວິສາຫະກິດພາຍໃນຂະແໜງ; ທ່າອ່ຽງການຄ້າເອເລັກໂຕນິກແບບຍືນຍົງ. ກອງປະຊຸມສຳມະນາຫົວເລື່ອງສະເພາະໄດ້ຈັດຂຶ້ນໃນຕອນບ່າຍວັນດຽວກັນສຸມໃສ່ 2 ຫົວຂໍ້ “ທ່າອ່ຽງເຕັກໂນໂລຊີໃໝ່ ໃນການຫັນເປັນດີຈີຕອນຂອງຂະແໜງ ອຸດສາຫະກຳ - ການຄ້າ” ແລະ “ການພັດທະນາການຄ້າດີຈີຕອນແບບຍືນຍົງ”.

ໃນຂອບເຂດເວທີປາໄສ, ມີງານວາງສະແດງເຕັກໂນໂລຊີ, ມາດຕະການຫັນເປັນດີຈີຕອນ, ການຜະລິດອັດສະລິຍະ, ໝູນໃຊ້ການຄ້າດີຈີຕອນຂອງວິສາຫະກິດດີເດັ່ນກ່ວາ 20 ແຫ່ງຢູ່ພາຍໃນປະເທດ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top