• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສອາຊີປົວຢາວ 2017


(​ເວ​ທີ​ປາ​ໄສ​ອາ​ຊ​ີ​ປົວ​ຢາວ 2017)
​      ຕອນ​ເຊົ້າ​ວັນ​ທີ 25/03, ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ອາ​ຊີ ປົວ​ຢາວ 2017 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ປົວ​ຢາວ, ​​ຂຶ້ນກັບ​ແຂວງ ໄຫ​ໜານ, ຢູ່​ທາງ​ພາກ​ກາງ​ປະ​ເທດ​ຈີນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈາງ​ກາວ​ລີ້ ​ໄດ້ເຂົ້າ​ຮ່ວມ​ພິ​ທີ​ໄຂ ແລະ ມີ​ບົດ​ກ່າວ​ປາ​ໄສ​ມີ​ລັກ​ສະ​ນະ​ກຳ​ນົ​ດ​ທິດ. ນອກນັ້ນ​, ຍັງ​ມີ​ການ​ນຳ 5 ປະ​ເທດ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ລັດ​ຖະ​ມົນ​ຕີ ຮັບ​ຜິດ​ຊອບ​ບັນ​​ຫາ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ 80 ທ່ານ ແລະ ຜູ້​ຮັບ​ຜິດ​ຊອບ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ສາ​ກົນ, ນັກ​ທຸ​ລະ​ກິດ​ຫຼາຍ​ຄົ​ນ, ​ນັກ​ຮຽນ​ຮູ້​ທີ່​ມາ​ຈາກ 50 ປະ​ເທດ ແລະ ເຂດ​ແຄ້ວນ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ. ​ດ້ວຍ​ຫົວ​ຂໍ້​ວ່າ “​ໂລ​ກາ​ພິ​ວັດ ແລະ ການ​ຄ້າ​ເສລີ: ອະ​ນາ​ຄົດ​ຂອງ​ອາ​ຊີ”, ເວ​ທີ​ປາ​ໄສ​ຄັ້ງ​ນີ້​ໄດ້​ປຶກ​ສາ​ຫາ​ລື 4 ເນື້ອ​ໃນ​ຕົ້ນ​ຕ​ໍ່​ເຊິ່ງ​ລວມ​ມີ: ​ໂລ​ກາ​ພິ​ວັດ; ການ​ເຕີບ​ໂຕ; ການ​ປະ​ຕິ​ຮູບ; ເສດ​ຖະ​ກິດ​ໃໝ່. ຄາດ​ວ່າ, ຈະ​ມີ​ການ​ເຄື່ອນ​ໄຫວ​ທາງ​ການ 65 ຄັ້ງ, ວາ​ລະ​ປຶກ​ສາ​ຫາ​ລື 44 ຄັ້ງ, ກອງ​ປະ​ຊຸມ​ໂຕະ​ມົນ 17 ຄັ້ງ ແລະ ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ 2 ຄັ້ງ​ທີ່​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຄັ້ງ​ນີ້.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top