• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາສິນຄ້າ ຫວຽດນາມ 2021 ຢູ່ລະບົບຮ້ານຊັບພະສິນຄ້າຂອງ ສິງກະໂປ

      ທ່ານນາງ Goh Tsu Ching, ຫົວໜ້າຮັບຜິດຊອບການສະໜອງສາກົນຂອງ FairPrice, ໃຫ້ຮູ້ວ່າ: ລູກຄ້ານິຍົມຊົມຊອບສິນຄ້າ ຫວຽດນາມ ທີ່ສຸດ.
ສັບປະດາສິນຄ້າ ຫວຽດນາມ 2021
(ພາບ: TTXVN)
      ວັນທີ 06 ທັນວາ, ຢູ່ລະບົບຮ້ານຊັບພະສິນຄ້າໃຫຍ່ຂອງ ສິງກະໂປ ແມ່ນ NTUC FairPrice ແລະ Hao Mart, ໄດ້ດຳເນີນສັບປະດາສິນຄ້າ ຫວຽດນາມ 2021. ຢູ່ທີ່ນີ້, ອົງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບບໍລິສັດ FairPrice ສຸມໃສ່ແນະນຳ 38 ຜະລິດຕະພັນກະເສດ ແລະ ທັນຍາຫານປຸງແຕ່ງຂອງ ຫວຽດນາມ ເຊິ່ງຫາກໍ່ສົ່ງເຂົ້າລະບົບຂາຍຍ່ອຍ, ໃນນັ້ນມີບັນດາສິນຄ້າຖືລັກສະນະບຸກທະລຸຂອງວິສາຫະກິດ ຫວຽດນາມ ຄື: ກາເຟລົດຊາດໝາກໄມ້, ນົມສົ້ມຊະນິດດື່ມ, ຊາພື້ນເມືອງ…
        FairPrice ແມ່ນລະບົບຮ້ານຊັບພະສິນຄ້າໃຫຍ່ສຸດຂອງ ສິງກະໂປ. ທ່ານນາງ Goh Tsu Ching, ຫົວໜ້າຮັບຜິດຊອບການສະໜອງສາກົນຂອງ FairPrice, ໃຫ້ຮູ້ວ່າ: ລູກຄ້ານິຍົມຊົມຊອບສິນຄ້າ ຫວຽດນາມ ທີ່ສຸດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top