• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 31 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຕອນເຊົ້າວັນທີ 14 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານໄຂວາລະປະຊຸມຄັ້ງທີ 31 ຂອງ ຄະນະປະຈຳສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: quochoi.vn )

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ໂດຍໄດ້ດຳເນີນໃນໄລຍະເວລາ 3,5 ວັນ, ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ກ່ຽວກັບວິທີການອະພິປາຍ, ຮັບເອົາຄຳເຫັນ, ດັດປັບຕໍ່ ຮ່າງກົດໝາຍ 7 ສະບັບ ກ່ອນທີ່ຈະຂໍຄຳເຫັນຢູ່ກອງປະຊຸມສະມາຊິກສະພາແຫ່ງຊາດ ຮັບຜິດຊອບການຍືນສະເໜີຕໍ່ສະພາແຫ່ງຊາດ ຢູ່ ກອງປະຊຸມຄັ້ງທີ 7 ເພື່ອພິຈາລະນາ, ຮັບຮອງເອົາ, ລວມມີ: ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍທາງບົກ, ກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພການຄົມມະນາຄົມທາງບົກ, ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະບົບກຳລັງການຜະລິດອຸດສາຫະກຳທາງການທະຫານ, ກົດໝາຍວ່າດ້ານການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງ ກົດໝາຍວ່າດ້ວຍການປະມູນຊັບສິນ. ດັ່ງນັ້ນ, ພາຍຫຼັງວາລະປະຊຸມຄັ້ງນີ້, ຮ່າງກົດໝາຍ 9 ສະບັບ ຄາດວ່າຈະໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດ ໂດຍຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນ, ພິຈາລະນາ.

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່ານີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ, ແລະ ສະເໜີວ່າ ບັນດາຜູ້ແທນໄດ້ປະກອບຄຳເຫັນແຕ່ລະຂົງເຂດ ແລະ ບັນດາຂົງເຂດຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຕັ້ງໜ້າປະກອບຄຳເຫັນ ເພື່ອໃຫ້ບັນດາຮ່າງກົດໝາຍສະບັບນີ້ມີຄຸນນະພາບດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.

Top