• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII

ຈາກນັ້ນ, ທຸກຄົນກໍ່ໄດ້ຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຍອດຢ້ຽມຂອງມວຍພື້ນເມືອງ ຫວຽດນາມ ເວົ້າລວມ ແລະ ມວຍພື້ື້ນເມືອງ ບິ່ງດິ້ງ ເວົ້າສະເພາະ
ພິທີ ໄຂງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII - ບິ່ງດິ້ງ ປີ 2023 (ພາບ:Sỹ Thắng/TTXVN)

ຕອນຄ່ຳວັນທີ 2 ສິງຫາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ໄດ້ໄຂງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ VIII - ບິ່ງດິ້ງ ປີ 2023. ດ້ວຍການເຂົ້າຮ່ວມຂອງນັກມວຍ, ຄູຝຶກນັບພັນຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນ ໃນໂລກ, ງານມະໂຫລານ ເພື່ອແນໃສ່ເຊີດຊູຄຸນຄ່າ, ຈຸດຍອດຢ້ຽມຂອງວັດທະນະທຳມວຍ ຫວຽດນາມ, ເຊິ່ງເປັນບ່ອນເພື່ອໃຫ້ບັນດານັກມວຍທີ່ມາຈາກ 5 ທະວີບໄດ້ພົວພັນແລກປ່ຽນ, ແນະນຳຈຸດທີ່ເປັນເອກະລັກສະເພາະ, ຈຸດຢອດຢ້ຽມຂອງມວຍປະເພດຕ່າງໆ. ຈາກນັ້ນ, ທຸກຄົນກໍ່ໄດ້ຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຍອດຢ້ຽມຂອງມວຍພື້ນເມືອງ ຫວຽດນາມ ເວົ້າລວມ ແລະ ມວຍພື້ື້ນເມືອງ ບິ່ງດິ້ງ ເວົ້າສະເພາະ.

ໃນຂອບເຂດງານມະໂຫລານ, ໄດ້ຈັດຫຼາຍການເຄື່ອນໄຫວ, ຄື: ຖະຫວາຍທູບທຽນ, ຖະຫວາຍດອກໄມ້ ຢູ່ຫຼາຍສະຖານທີ່ສັກສິດ; ພົວພັນແລກປ່ຽນ, ສະແດງມວຍ ສົມທົບກັບການຢ້ຽມຢາມບັນດາປູຊະນີຍສະຖານປະຫວັດສາດ, ວັດທະນະທຳ ແລະ ບັນດາສະຖານທີ່ທ່ອງທ່ຽວໃນແຂວງ…

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top