• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ COP16 ກ່ຽວກັບການຕ້ານ​ການ​ກາຍ​ເປັນ​ທະ​ເລ​ຊາຍ

ວັນທີ 1 ທັນວາ, ກອງປະຊຸມຄັັ້ງທີ 16 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບການຕ້ານການ ຕ້ານການກາຍເປັນທະເລຊາຍ(COP16) ໄດ້ໄຂຂຶ້້ນ ຢູ່ ນະຄອນຫລວງ Riyadh ຂອງ ຊາອຸດິ ອາຣັບບີ ໄດ້ຮຽກຮ້ອງບັນດາຄວາມານະພະຍາຍາມທົ່ວໂລກເພື່ອແນໃສ່ເພີ່ມທະວີຄວາມສາມາດຟື້ນຟູພາຍຫລັງໄພແຫ້ງແລ້ງ.
ກອງປະຊຸມ COP 16 (ພາບ: unccd.int)

ໂດຍໄດ້ດຳເນີນໃນເວລາ 2 ອາທິດ ຮອດວັນທີ 13 ທັນວາ ດ້ວຍຫົວຂໍ້ “ທີ່ດິນຂອງພວກເຮົາ.  ອະນາຄົດຂອງພວກເຮົາ”, ເຫດການນີ້ເປັນຂີດໝາຍສະເຫລີມສະຫລອງ 30 ປີ ຂອງສົນທິສັນຍາ ສປຊ ກ່ຽວກັບການຕ້ານ ການກາຍເປັນທະເລຊາຍ (UNCCD) ກໍ່ແມ່ນກອງປະຊຸມສຸມໃສ່ກ່ຽວກັບທີ່ດິນໃຫຍ່ສຸດຂອງສະຫະປະຊາຊາດນັບແຕ່ກ່ອນ ມາຮອດປະຈຸບັນ ແລະ ແມ່ນກອງປະຊຸມ COP ຄັ້ງທຳອິດ ຂອງ UNCCD ຊື່ງດຳເນີນຢູ່ເຂດ ຕາເວັນອອກກາງ ແລະ ອາຟຼິກາເຫນືອ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Ibrahim Thiaw ເລຂາທິການຝ່າຍບໍລິຫານ UNCCD ເນັ້ນຫນັກເຖິງຄວາມສຳຄັນຂອງການຟື້ນຟູທີ່ດິນ, ແລະ ວາດພາບວ່າ ນີ້ແມ່ນຫນຶ່ງໃນບັນດາເຄື່ອງມືທີ່ມີປະສິດທິຜົນທີ່ສຸດ ເພື່ອແກ້ໄຂບາງສິ່ງທ້າທາຍໃຫຍ່ສຸດຂອງຍຸກສະໄຫມຄື:

ການປ່ຽນແປງຂອງດິນຟ້າອາກາດ, ສະພາບຂາດແຄນສະບຽງອາຫານ, ຄວາມບໍ່ສະເຫມີພາບດ້ານເສດຖະກິດ, ການອົບພະຍົບແບບບັງຄັບ ແລະ ຊຳ້ບໍ່ໜຳແມ່ນຄວາມຂາດສະຖຽນລະພາບທົ່ວໂລກ.” ທ່ານ Thiaw ໃສ່ໃຈວ່າ ຮອດປີ 2050 ມີ 7,5 ຕື້ ຄົນຈະຖືກຜົນກະທົບຈາກໄພແຫ້ງແລ້ງ ພ້ອມທັງຮຽກຮ້ອງຕ້ອງມີການກະທຳຢ່າງທັນທີ.

ທີ່ COP16 ຄັ້ງນີ້, ບັນດາຜູ້ແທນຄາດວ່າ ຈະຕົກລົງບັນດາການກະທຳລວມໝູ່ ເພື່ອຍູ້ໄວບັນດາຄວາມມານະພະຍາຍາມຟື້ນຟູທີ່ດິນ, ເພີ່ມທະວີຄວາມສາມາດຟື້ນຟູຕໍ່ສະພາບແຫ້ງແລ້ງ ແລະ ພາຍຸຂີ້ຊາຍ, ຟື້ນຟູຄຸນນະພາບທີ່ດິນແລະ ເປີດກວ້າງຂອບຂະຫນາດການຜະລິດສະບຽງອາຫານຢ່າງຕັ້ງຫນ້າຕໍ່ກັບທຳມະຊາດໃນປີ 2030 ແລະ ຫລັງຈາກນັ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top