• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ SOM ອາຊຽນ

ວັນທີ 16 ກຸມພາ, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ໄດ້ຖືກຈັດຂຶ້ນຕາມຮູບແບບທາງໄກ ແລະ ໂດຍກົງ ຢູ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ, ພາຍໃຕ້ການເປັນປະທານຂອງກຳປູເຈຍ - ປະເທດປະທານ ອາຊຽນປີ 2022.
ຫົວໜ້າ SOM ຂອງບັນດາປະເທດ ອາຊຽນ ຢູ່ກອງປະຊຸມ (ພາບ: TTXVN )

 ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມ  SOMໄດ້ຈັດຂຶ້ນໂດຍກົງ ພາຍຫຼັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ - 19 ມາເປັນເວລາກ່ວາ 1 ປີ.

ທີ່ກອງປະຊຸມ, ບັນດາປະເທດ ໄດ້ປຶກສາຫາລືບັນຫາຈຸດສຸມ ແລະ ສິ່ງບຸລິມະສິດຂອງການຮ່ວມມືອາຊຽນ 2022 ດ້ວຍຫົວຂໍ້ “ອາຊຽນຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍ”, ຄວາມມານະພະຍາຍາມຮັບມື ແລະ ຟື້ນຟູ ຫຼັງໂຄວິດ - 19, ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ ແລະ ສ້າງວິໄສທັດອາຊຽນ ຫຼັງປີ 2025, ຜັນຂະຫຍາຍໝາກຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ທີ່ຈັດຂຶ້ນຢູ່ບຣູໄນ ໃນເດືອນພະຈິກ ປີ 2021, ການພົວພັນທາງດ້ານການຕ່າງປະເທດ ຂອງ ອາຊຽນ ແລະ ບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ກອງປະຊຸມ, ທ່ານ ຫວູໂຮ່ ສະແດງການສະໜັບສະໜູນ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການຮ່ວມມືຢ່າງແໜ້ນແຟ້ນ ກັບ ກຳປູເຈຍ, ປະທານອາຊຽນ 2022 ແລະ ບັນດາປະເທດສະມາຊິກ ອາຊຽນ ໃນການກໍ່ສ້າງອາຊຽນ ໃຫ້ມີຄວາມສາມັກຄີ, ເປັນເອກະພາບ, ໝັ້ນຄົງເຂັ້ມແຂງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງປະຖົມປັດໄຈເພື່ອປະຕິບັດເປົ້າໝາຍຂອງ ອາຊຽນໃຫ້ປະກົດຜົນເປັນຈິງ.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top