• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດ G20 ຢູ່ Osaka, ຍີ່ປຸ່ນ

      ກອງປະຊຸມສຸດຍອດ G20 ໄດ້ໄຂຂຶ້ນ ຢູ່ Osaka, ຍີ່ປຸ່ນ. ໂດຍມີການເຂົ້າຮ່ວມຂອງບັນດາການນຳ ທີ່ມາຈາກ 20 ພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພື້ນເດັ່ນຂຶ້ນແຖວໜ້າໂລກ ແລະ 8 ປະເທດແຂກຖືກເຊີນ, ພ້ອມກັບການນຳຂອງ 9 ອົງການຈັດຕັ້ງສາກົນສຳຄັນຂອງໂລກ.
            ເວລາ 11 ໂມງ ຂອງວັນທີ 28 ມິຖຸນາ (ຕາມເວລາຍີ່ປຸ່ນ), ກອງປະຊຸມສຸດຍອດ G20 ໄດ້ໄຂຂຶ້ນ ຢູ່ Osaka, ຍີ່ປຸ່ນ. ໂດຍມີການເຂົ້າຮ່ວມຂອງບັນດາການນຳ ທີ່ມາຈາກ 20 ພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພື້ນເດັ່ນຂຶ້ນແຖວໜ້າໂລກ ແລະ 8 ປະເທດແຂກຖືກເຊີນ, ພ້ອມກັບການນຳຂອງ 9 ອົງການຈັດຕັ້ງສາກົນສຳຄັນຂອງໂລກຄື ສປຊ, ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມກອງປະຊຸມ G20 ດ້ວຍຖານະແມ່ນແຂກຖືກເຊີນ.

(ພາບປະກອບ) 
      ໃນວັນເຮັດວຽກທຳອິດ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບເສດຖະກິດທົ່ວໂລກ, ການຄ້າ ແລະ ການລົງທຶນ. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ເຂົ້າຮ່ວມເຫດການຢູ່ນອກກອງປະຊຸມກ່ຽວກັບເສດຖະກິດດີຈີຕອນ ແລະ ຄາດວ່າຈະຮັບຮອງເອົາການສ້າງຕັ້ງ Osaka Track, ເຊິ່ງແມ່ນຂອບເຂດເຄື່ອນໄຫວປຶກສາຫາລືຫຼາຍຝ່າຍທີ່ມຸ່ງໄປສູ່ການສ້າງບັນດາຫຼັກການກ່ຽວກັບການບໍລິຫານຂໍ້ມູນໃນພື້ນຖານເສດຖະກິດດີຈີຕອນ. ວາລະກອງປະຊຸມທີ່ສອງຈະໄດ້ດຳເນີນໃນຕອນບ່າຍວັນດຽວກັນດ້ວຍຫົວຂໍ້ກ່ຽວກັບການປະດິດຄິດສ້າງ.
            ມື້ເຮັດວຽກທີ 2 ຈະເລີ່ມຕົ້ນດ້ວຍເຫດການຢູ່ນອກກອງປະຊຸມດ້ວຍຫົວຂໍ້ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ. ນະທີ່ນີ້, ອົງການກ່ຽວຂ້ອງຈໍານວນໜຶ່ງ ຈະສະເໜີບັນດາຂໍ້ສະເໜີ ທີ່ກ່ຽວຂ້ອງເຖິງການມອບສິດໃຫ້ແມ່ຍິງໄດ້ດໍາລົງຕໍາແໜ່ງເປັນປະມຸກລັດ ຫຼື ການນໍາ G20. ຫຼັງຈາກນັ້ນ, ບັນດາຜູ້ແທນຈະເຂົ້າຮ່ວມສອງກອງປະຊຸນລຽນຕິດ ກ່ຽວກັບບັນຫາຫົວຂໍ້: ພັດທະນາແບບຍືນຍົງ; ການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ. ກອງປະຊຸມຄັ້ງນີ້ ຄາດວ່າຈະສິ້ນສຸດລົງໃນຕອນບ່າຍວັນທີ 29 ມິຖຸນາ.
        ສໍາລັບ ຫວຽດນາມ, ຄາດຄະເນວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມບັນດາເຫດການທັງໝົດໃນຂອບເຂດກອງປະຊຸມສຸດຍອດ G20. ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະພົບປະກັບທ່ານເລຂາທິການໃຫຍ່ ສປຊ, ປະທານຄະນະກໍາມະການ ເອີຣົບ ແລະ ຄູ່ຕໍາແໜ່ງ ປະເທດຕ່າງໆຄື ການາດາ, ອົດສະຕາລີ ພ້ອມທັງມີການພົບປະສອງຝ່າຍອື່ນອີກ, ຕ້ອນຮັບປະທານທະນາຄານພັດທະນາ ອາຊີ ແລະ ບັນດາວິສາຫະກິດ, ອົງການຈັດຕັ້ງຕ່າງໆຂອງ ຍີ່ປຸ່ນ. ສິ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະສືບຕໍ່ຢູ່ຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 30 ມິຖຸນາ - 01 ກໍລະກົດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top