• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດວິສາຫະກິດ APEC 2017

ນີ້ແມ່ນເຫດການທີ່ມີຂອບຂະໜາດໃຫຍ່ກ່ວາໝູ່ຂອງປະຊາຄົມວິສາຫະກິດພາກພື້ນອາຊີ-ປາຊີຟິກ. 
 
ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ກ່າວຄຳເຫັນທີ່ກອງປະຊຸມ
      ວາລະໄຂກອງປະຊຸມສຸດຍອດວິສາຫະກິດ APEC 2017 ( APEC CEO SUMIT 2017) ໄດ້ຖືກໄຂຂຶ້ນໃນຕອນບ່າຍວັນທີ 8 ພະຈິກ ຢູ່ດາໜັ້ງ. ນີ້ແມ່ນເຫດການທີ່ມີຂອບຂະໜາດໃຫຍ່ກ່ວາໝູ່ຂອງປະຊາຄົມວິສາຫະກິດພາກພື້ນອາຊີ-ປາຊີຟິກ. ກ່າວຄຳເຫັນໄຂເຫດການ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເຊື່ອໝັ້ນວ່າ CEO SUMIT 2017 ຈະເປີດກາລະໂອກາດໃຫຍ່ເພື່ອຮ່ວມມື ແລະ ພັດທະນາ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ກ່າວວ່າ : (ເທບ)
    “ ພວກຂ້າພະເຈົ້າມີຄວາມຫວັງຢາກໃຫ້ປະຊາຄົມວິສາຫະກິດອາຊີ-ປາຊີຟິກ ພ້ອມກັບລັດຖະບານໃຫ້ບຸລິມະສິດຮັກສາທ່ວງທ່າຮ່ວມສຳພັນ ແບະ ຟື້ນຟູເສດຖະກິດທົ່ວໂລກ. ເສີມຂະຫຍາຍບົດບາດນຳໜ້າໃນການຫັນການຄ້າ ການລົງທຶນເປັນເສລີ, ສ້າງສຳເລັດເປົ້າໝາຍໂບໂກໃນປີ 2020, ຍູ້ແຮງການຮ່ວມມືພາກລັດ ແລະ ເອກະຊົນໃນການເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານ ແລະ ກວມລວມ, ພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ບັນລະບົບສະໜອງ, ການຄ້າ ແລະ ການລົງທຶນລຸ່ນໃໝ່. ວິສາຫະກິດຄວນເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາພື້ນຖານເສດຖະກິດລົງທຶນເຂົ້າຂົງເຂດການສຶກສາເພື່ອໃຫ້ຜູ້ອອກແຮງງານສາມາດປັບຕົວໃຫ້ແທດເໝາະກ່ວາ ແລະ ເຮັດໃຫ້ຫຼາຍຄົນສະໜັບສະໜູນການຄ້າເສລີກ່ວາ  ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top