• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ຄັ້ງທີ 2, ຄະນະປະຈຳສະພາແຫ່ງຊາດ

ໃນກອງປະຊຸມຄັ້ງທີ 2 ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກເປັນເວລາ 3 ວັນ, ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບລະດັບພາສີໃນການປົກປັກຮັກສາສິ່ງແວດລ້ອມສຳລັບແອັດຊັງ, ນ້ຳມັນ ຈົນຮອດວັນທີ 31 ທັນວາ ປີ 2022.

ໃນກອງປະຊຸມຄັ້ງທີ 2 ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກເປັນເວລາ 3 ວັນ, ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບລະດັບພາສີໃນການປົກປັກຮັກສາສິ່ງແວດລ້ອມສຳລັບແອັດຊັງ, ນ້ຳມັນ ຈົນຮອດວັນທີ 31 ທັນວາ ປີ 2022.

    

ກອງປະຊຸມສະໄໝສາມັນເທື່ອທີ9,ຄັ້ງທີ 2, ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ຕອນເຊົ້າວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ສືບຕໍ່ດຳເນີນກອງປະຊຸມເທື່ອທີ 9. ໃນກອງປະຊຸມຄັ້ງທີ 2 ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກເປັນເວລາ 3 ວັນ, ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບລະດັບພາສີໃນການປົກປັກຮັກສາສິ່ງແວດລ້ອມສຳລັບແອັດຊັງ, ນ້ຳມັນ ຈົນຮອດວັນທີ 31 ທັນວາ ປີ 2022.

ວັນທີ 13 ມີນາຜ່ານມາ, ລັດຖະບານໄດ້ຮັບຮອງເອົາແຜນຮ່າງວ່າດ້ວຍລະດັບພາສີປົກປັກຮັກສາສິ່ງແວດລ້ອມນ້ຳມັນ, ອາຍແກັດຈົນໝົດວັນທີ 31 ທັນວານີ້ ເພື່ອຍື່ນໃຫ້ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາ. ໄລຍະເວລານຳໃຊ້ຕາມການສະເໜີຂອງກະຊວງການເງິນແມ່ນແຕ່ວັນທີ 1 ເມສາ ຫາວັນທີ 31 ທັນວາ. ສິ້ນສຸດກອງປະຊຸມກ່ຽວກັບເນື້ອໃນນີ້, ຄະນະປະຈຳສະພາແຫ່ງຊາດຈະລົງຄະແນນສຽງກ່ຽວກັບມະຕິດັ່ງກ່າວ.

ຕາມລາຍການ, ໃນຕອນເຊົ້າວັນທີ 22 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ). ນີ້ແມ່ນ ຮ່າງກົດໝາຍ 2 ສະບັບທີ່ໄດ້ຮັບການລົງຄະແນນສຽງຈາກສະພາແຫ່ງຊາດໃນກອງປະຊຸມຄັ້ງທີ 2 ແລະ ຄາດວ່າຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມຄັ້ງທີ 3 ໃນເດືອນພຶດສະພາ.

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ທົດລອງຮູບແບບການຈັດຕັ້ງການອອກແຮງງານ, ແນະນຳວິຊາຊີບ ແລະ ບຳລຸງສ້າງວິຊາຊີບໃຫ້ນັກໂທດຢູ່ນອກຄ້າຍຄຸ້ມຂັງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top