• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມຊຸດທີ XV

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດສຸດທີ XV ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພາ ຢູ່ນະຄອນຫຼວງ ຮ່າໂນ້ຍ. ຄາດວ່າ, ກອງປະຊຸມດັ່ງກ່າວຈະດຳເນີນໃນເວລາ 19 ວັນ ແລະ ອັດລົງໃນວັນທີ 16 ມິຖຸນາ 2022.
  ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມຊຸດສຸດທີ XV (ພາບ: vov.vn)  

 ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຫວຽດນາມ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 5 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນໆ 6 ສະບັບ. ສະພາແຫ່ງຊາດກໍຈະພິຈາລະນາບັນດາບັນຫາເສດຖະກິດ - ສັງຄົມ, ທະນາຄານແຫ່ງລັດ ແລະ ຕິດຕາມກວດກາບັນດາບັນຫາສໍາຄັນອື່ນໆ.

ບັນດາຮ່າງກົດໝາຍ, ມະຕິເຊິ່ງສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ລວມມີ: ກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່; ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ); ກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ມະຕິວ່າດ້ວຍການທົດລອງປະຕິບັດບາງຮູບແບບຈັດຕັ້ງການເຄື່ອນໄຫວແຮງງານ, ກຳນົດທິດວິຊາຊີບ, ການສອນວິຊາຊີບໃຫ້ແກ່ນັກໂທດຢູ່ນອກຄ້າຍກັກຂັງ; ມະຕິວ່າດ້ວຍໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2023, ການດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022; ມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະ, ການພັດທະນາແຂວງແຄ໊ງຮວ່າ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ລັດຖະບານໄດ້ປະກອບຄຳເຫັນໃສ່ 5 ເນື້ອໃນຄື: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ

Top