• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 14

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ: “ໄປຄຽງຄູ່ກັບການພິຈາລະນາ, ຕີລາຄາໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2018...


ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ

(ພາບປະກອບ)

ຕອນເຊົ້າວັນທີ 22 ຕຸລາ, ທີ່ຫໍປະຊຸມສະພາແຫ່ງຊາດ, ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 14 ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາງ ດັ້ງທິງອັກທິ້ງ, ຮັກສາການປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ຕາມແຜນການຂອງກອງປະຊຸມແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 24 ມື້ ແລະ ອັດລົງໃນວັນທີ 21 ພະຈິກ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ: “ໄປຄຽງຄູ່ກັບການພິຈາລະນາ, ຕີລາຄາໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2018, ຂໍ້ຕົກລົງແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2019, ສະພາແຫ່ງຊາດຈະພິຈາລະນາ, ຕີລາຄາຮອບດ້ານການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການ 5 ປີ 2016 – 2020 ໃນເຄິ່ງອາຍຸການ, ຕີລາຄາ 3 ປີແຫ່ງການປະຕິບັດນະໂຍບາຍຕໍ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ”. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ສະພາແຫ່ງຊາດຈະພິຈາລະນະ, ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ມະຕິ 1 ສະບັບ, ພ້ອມນັ້ນ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບອື່ນອີກເພື່ອແນໃສ່ສ້າງລະບົບກົດໝາຍກ່ຽວກັບລະບອບລະບຽບການເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ, ໃຫ້ສົມບູນແບບຮັບປະກັນສິດທິມະນຸດ, ສິດທິພົນລະເມືອງ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ເພີ່ມທະວີວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍູ້ແຮງການປະຕິຮູບຕຸລາການ, ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ປ່ຽນໃໝ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ.”

        ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະດຳເນີນການປ່ອນບັດໄວ້ວາງໃຈຕໍ່ບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ທ່ານນາງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດຈະດຳເນີນການເລືອກຕັ້ງປະທານປະເທດ; ພິຈາລະນາ, ໃຫ້ສັດຕະຍາບັນການໃຫ້ເລີກຕຳແໜ່ງ ແລະ ແຕ່ງຕັ້ງຕຳແໜ່ງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ; ພ້ອມນັ້ນ, ປຶກສາຫາລື, ຕັດສິນບາງບັນຫາສຳຄັນອື່ນໆຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ເລື່ອງພິຈາລະນາ, ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມກັບເອກະສານກ່ຽວຂ້ອງຫຼາຍສະບັບແມ່ນເພື່ອສ້າງພື້ນຖານສຳຄັນສຳລັບ ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງປະເທດຊາດ.”

        ກ່ອນວາລະໄຂກອງປະຊຸມ, ການນຳພັກ, ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານໂຮ່ຈີມິນ. ຈາກນັ້ນ, ສະພາແຫ່ງຊາດໄດ້ຈັດວາລະປະຊຸມກຽມ, ປຶກສາຫາລື, ຮັບຮອງເອົາແຜນການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top