• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດ ຈົ່ງສາມັກຄີກັນຜ່ານຜ່າສິ່ງທ້າທາຍລວມ, ຈາກການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ

ວັນທີ 13 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ໄຂກອງປະຊຸມຊຸດທີ 77 ພາຍໃຕ້ການເປັນປະທານຂອງທ່ານປະທານຄົນໃໝ່ Csaba Korosi, ຜູ້ຫາກໍ່ຮັບດຳລົງຕຳແໜ່ງກ່ອນໜ້ານັ້ນ 1 ວັນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດ ຈົ່ງສາມັກຄີ

  ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 (ພາບ: baoquocte.vn)  

ກັນຜ່ານຜ່າສິ່ງທ້າທາຍລວມ, ຈາກການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ ຕະຫຼອດຮອດລະບົບການເງິນທົ່ວໂລກຖືກຂາດວັກຂາດຕອນ ສົ່ງຜົນສະທ້ອນເຖິງບັນດາພື້ນຖານເສດຖະກິດທີ່ພວມພັດທະນາ, ຈາກຄວາມທຸກຍາກ, ຂາດຄວາມສະເໝີພາບ ພາໄປເຖິງການແບ່ງແຍກ ແລະ ຂາດຄວາມໄວ້ເນື້ອເຊື່ອໃຈເຊິ່ງ ກັນ ແລະ ກັນ.

ສ່ວນທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດຄົນໃໝ່ Csaba Korosi ຢືນຢັນວ່າ ວິທີໜຶ່ງດຽວເພື່ອບັນລຸໄດ້ຜົນງານດີກວ່າແມ່ນຕ້ອງປ່ຽນແປງ ໂດຍຜ່ານບັນດາມາດຕະການແກ້ໄຂຄວາມສາມັກຄີ, ຍືນຍົງ ແລະ ວິທະຍາສາດ. ທ່ານໄດ້ເຕື້ອງເຖິງພື້ນຖານທີ່ມີຢູ່ແລ້ວ, ນັ້ນແມ່ນໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ… ທ່ານກໍ່ຢ້ຳຄືນທິດທາງການເຄື່ອນໄຫວຂອງທ່ານໃນຕະຫຼອດອາຍຸການ 1 ປີຂອງທ່ານຈະແມ່ນ: ຊອກຫາມາດຕະການແກ້ໄຂຜ່ານຄວາມສາມັກຄີ, ມີວິທະຍາສາດ ແລະ ພັດທະນາແບບຍືນຍົງ.

ຈຸດຫຼັກຂອງກອງປະຊຸມໃຫຍ່ສະຫະປະຊາຊາດຊຸດທີ 77 ແມ່ນສັບປະດາຂັ້ນສູງຈະດຳເນີນໃນລະຫວ່າງວັນທີ 20 – 26 ກັນຍາ ດ້ວຍການເຂົ້າຮ່ວມຂອງບັນດາປະມຸກລັດ, ຜູ້ນຳໜ້າລັດຖະບານ ແລະ ເຈົ້າໜ້າທີ່ການທູດແຖວໜ້າຂອງບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top