• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47

ກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ".

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ, ແລະ ທ່ານນາງ Khuon Sudary, ປະທານສະພາແຫ່ງຊາດ ກຳປູເຈຍ. (ພາບ: VNA))

ຕອນເຊົ້າວັນທີ 18 ພະຈິກ, ຢ​ູ່​ນະ​ຄອນ​ຫຼວງ ມະນີລາ (ຟີລິບປິນ), ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະ​ມັດ​ຊາ​ໃຫຍ່ລັດສະພາລະ​ຫວ່າງ​ຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ".

ໃນຕອນເຊົ້າວັນ​ດຽວ​ກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ, ແລະ ທ່ານນາງ Khuon Sudary, ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ກິນອາຫານເຊົ້າ​ເຮັດ​ວຽກ. ​ທີ່​ການ​ພົບ​ປະ, ​ການ​ນຳສາມ​ທ່ານໄດ້ເຫັນດີກ່ຽວກັບທິດທາງການຮ່ວມມືໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ, ​ມີ​ການ​​ຈັດ​ການ​ພົບ​ປະ​ໂດຍ​ກົງ ແລະ ທາງອອນລາຍລະຫວ່າງປະທານສະພາແຫ່ງຊາດສາມປະ​ເທດ, ຜັນ​ຂະ​ຫຍາຍບັນ​ດາການຢ້ຽມຢາມ​ຂັ້ນສູງ, ຈັດການ​ພົບ​ປະແລກປ່ຽນລະຫວ່າງຄະນະກຳມາ​ທິການ, ກຸ່ມສະມາຊິກລັດຖະສະພາມິດ​ຕະ​ພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ ແລະ ສ້າງໂທ​ລະ​ສັບສາຍດ່ວນລະຫວ່າງລັດຖະສະພາສາມປະ​ເທດ.

ແລະ​ກໍ່ໃນຕອນເຊົ້າວັນທີ 18 ພະຈິກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ກໍ່ໄດ້ພົບປະກັບປະທານ​ສະ​ພາ​ຕ່ຳຟີລິບປິນ, ປະທານ AIPA-47, ປະທານ​ສະ​ພາ​ແຫ່ງ​ຊາດ ສິງກະໂປ ແລະ ປະທານສະພານິຕິບັນຍັດ ບຣູໄນ.

ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນ​ທີ່ກອງປະຊຸມ​ຄົບ​ຄະ​ນ​ະທຳອິດຂອງ​ກອງ​ປະ​ຊຸມສະມັດຊາໃຫຍ່ AIPA-47.

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top