• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ຢ່າງເປັນທາງການ

ຕອນເຊົ້າວັນທີ 09 ກັນຍາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ໄຂຂຶ້ນຢ່າງເປັນທາງການຕາມຮູບການທາງອອນລາຍ, ກອງປະຊຸມດຳເນີນໃນລະຫວ່າງວັນທີ 7 – 12 ກັນຍາ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີ 27 ຄະນະຜູ້ແທນທີ່ມາຈາກ 4 ທະວີບ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ໄດ້ເນັ້ນໜັກວ່າ: ໂລກລະບາດກໍ່ຄືສະພາບແວດລ້ອມທາງການເມືອງ, ພູມສາດເສດຖະກິດພາກພື້ນ ລວມມີທັງທະເລຕາເວັນອອກ ພວມມີບັນດາການຜັນປ່ຽນຢ່າງແຮງ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ເພື່ອສືບທອດບັນດາໝາກຜົນ ເຊິ່ງອາຊຽນບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

          “ຄວນສືບຕໍ່ຍົກສູງຄວາມສາມັກຄີ, ຮັກສາຄວາມເປັນເອກະພາບໃຫ້ໝັ້ນຄົງ, ຜັນຂະຫຍາຍບັນດາແຜນການສັງລວມໃຫ້ສຳເລັດຜົນ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025; ສຸມໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ, ໜູນຊ່ວຍວິສາຫະກິດ, ຟື້ນຟູການຜະລິດ. ພ້ອມກັນນັ້ນ ແມ່ນເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃຫ້ມີປະສິດທິຜົນ. ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, UNCLOS 1982 ແລະ ເນື້ອໃນຈິດໃຈບັນດາເອກະສານກຳນົດມາດຕະຖານຂອງ ອາຊຽນ ກ່ຽວກັບການປະພຶດລວມຢູ່ພາກພື້ນ.

          ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ເນັ້ນໜັກວ່າ ອາຊຽນ ພວມກ້າວເຂົ້າສູ່ໄລຍະເພີ່ມຄວາມໄວ, ຍູ້ແຮງການກໍ່ສ້າງປະຊາຄົມ, ຍົກສູງທີ່ຕັ້ງບົດບາດຢູ່ພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ກ່າວວ່າ:

          “ພວກເຮົາຈະສືບຕໍ່ປັບປຸງຄວາມສາມັກຄີ, ເປັນເອກະພາບ, ເຫັນອົກເຫັນໃຈ ແລະ ແບ່ງປັນ, ເຄົາລົບບັນດາຜົນປະໂຫຍດ, ຄວາມສົນໃຈຂອງກັນ ເພື່ອໃຫ້ບັນດາປະເທດສະມາຊິກມີຄວາມຜູກພັນທີ່ໝັ້ນແກ່ນໃນປະຊາຄົມ ອາຊຽນ. ເພື່ອເປັນເຈົ້າການກຳນົດທິດພັດທະນາໃນອະນາຄົດ, ພວກເຮົາຈະພ້ອມກັນແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວິທີການສ້າງວິໄສທັດໃໝ່ໃຫ້ແກ່ປະຊາຄົມ ອາຊຽນ ຫລັງປີ 2025.


ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53  (ພາບ: TTXVN) 

 ພາຍຫລັງພິທີໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ເຂົ້າຮ່ວມບັນດາເຫດການສຳຄັນອື່ນອີກ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top