• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມປ້ອງກັນຄວາມສະຫົງບ Munich ຄັ້ງທີ 52


ການອົບພະຍົບແມ່ນຫົວເລື່ອງທີ່ບັນດາຜູ້ແທນຈະປຶກສາຫາລື
ຢູ່ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ Munich ຄັ້ງ​ທີ 52
(
ພາບ: ອິນເຕີແນດ)
      ວັນ​ທີ 12/2, ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ Munich (MSC) ຄັ້ງ​ທີ 52 ​ໄດ້​ໄຂ​ຂຶ້ນ​ຢູ່ ​ແບກ​ແລງ, ປະ​ເທດ​ເຢັຍລະ​ມັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ ​ແລະ ນາຍົກລັດຖະມົນຕີປະ​ເທດ​ຕ່າງໆ 30 ທ່ານ ​ແລະ ບັນດາ​ນັກ​ການ​ເມືອງ​ແຖວ​ໜ້າ​ຂອງ​ໂລກ. ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Medvedev, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry, ​ເລຂາ​ທິການ​ໃຫຍ່ NATO Jens Stoltenberg.
​ໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ, ຜູ້​ແທນປະມານ 600 ຄົນ ຈະ​ປຶກສາ​ຫາລື​ຫົວ​ເລື່ອງ​ຕ່າງໆ​ເຊັ່ນ: ສົງຄາມ​ຢູ່ ຊີຣີ, ສະພາບ​ການ​ຢູ່​ຕາວັນ​ອອກ​ກາງ, ວິ​ກິດ​ການ​ຊາວ​ອົບ​ພະຍົບຢູ່ ​ເອີ​ລົບ, ການ​ຕ້ານ​ກໍ່​ການ​ຮ້າຍ​ສາກົນ… ຕາມ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ​ເຢັຍລະ​ມັນ Frank Walter Steinmeier ​ແລ້ວ, 17 ປະ​ເທດ​ເຂົ້າ​ຮ່ວມ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ​ຕ້ອງ​ບັນລຸ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ​ ໃນ​ຮອບ​ເວລາໜຶ່ງ​ສັບປະດາ. ສ່ວນ​ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ກໍ່​ໃຫ້​ຮູ້​ວ່າ, ນອກຈາກ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ, ບັນດາ​ຝ່າຍ​ກໍ່​ເປັນ​ເອກະສັນ​ນຳ​ກັນ​ວ່າ ຕ້ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ ຊີຣີ ຢູ່​ເຊີ​ແນວ (ປະ​ເທດ​ສະ​ວິດ) ຍິ່ງ​ໄວ​ກໍ່​ຍິ່ງ​ດີ.
(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top