ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບ: quochoi.vn)
ເຂົ້າຮ່ວມພິທີໄຂມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ບັນດາການນຳ, ອະດີດການນຳພັກ, ລັດ, ພ້ອມກັບສະມາຊິກສະພາແຫ່ງຊາດ 483 ທ່ານ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ, ພ້ອມກັນນັ້ນແມ່ນວຽກງານຕິດຕາມກວດກາສູງສຸດ, ພິຈາລະນາ, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ.
ກ່າວຄຳເຫັນທີ່ວາລະໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ສະພາບການເສດຖະກິດ - ສັງຄົມຂອງຫວຽດນາມ ໃນ 9 ເດືອນຕົ້ນປີ 2019 ສືບຕໍ່ບັນລຸໝາກຜົນຮອບດ້ານພໍສົມຄວນ; ການເຕີບໂຕບັນລຸລະດັບສູງພໍສົມຄວນ, ຮັບປະກັນເສດຖະກິດມະພາກເປັນປົກກະຕິ, ຄວບຄຸມໄຟເງິນເຟີ້ໄດ້ເປັນຢ່າງດີ… ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ຫວຽດນາມ ສາມາດບັນລຸ ແລະ ລື່ນກາຍຕົວເລກຄາດໝາຍຕົ້ນຕໍທັງໝົດເຊິ່ງສະພາແຫ່ງຊາດມອບໝາຍໃຫ້; ເປັນພື້ນຖານຢ່າງໝັ້ນຄົງເພື່ອປະຕິບັດສຳເລັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດໄລຍະ 5 ປີ 2016 – 2020. ທ່ານນາງ ຫງວຽນທິກິມເງິນ, ກ່າວວ່າ.
“ບັນດາຜົນງານທີ່ໄດ້ຍົກອອກມາດັ່ງກ່າວແມ່ນມີຄວາມສຳຄັນພິເສດ, ຢືນຢັນການຊີ້ນຳນຳພາຢ່າງຖືກຕ້ອງຂອງພັກ, ແມ່ນໝາກຜົນຂອງຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດບັນດາເປົ້າໝາຍ, ຄາດໝາຍທີ່ໄດ້ວາງອອກ. ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການຊີ້ນຳນຳພາຂອງພັກ, ລັດ”.
ໂດຍເປັນກອງປະຊຸມທ້າຍປີ, ໂຄງການດຳເນີນງານຂອງກອງປະຊຸມຄັ້ງທີ 8 ລວມມີບັນດາເນື້ອໃນສຳຄັນ, ໃນນັ້ນສະພາແຫ່ງຊາດຈະພິຈາລະຈາ, ຮັບຮອງເອົາຮ່າງກົດໝາຍ 2 ສະບັບ; ປະກອບຄຳເຫັນໃສ່ຮ່າງມະຕິ 4 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍຕ່າງໆ 9 ສະບັບ…. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ.
“ສະພາແຫ່ງຊາດຈະຮັບຟັງບົດລາຍງານກ່ຽວກັບວຽກງານການຕ່າງປະເທດປີ 2019, ໃນນັ້ນມີສະພາບການຢູ່ທະເລຕາເວັນອອກ. ສະພາແຫ່ງຊາດ ກໍ່ຈະພິຈາລະນາ, ໃຫ້ສັດຕະຍາບັນສົນທິສັນຍາເພີ່ມເຕີ່ມສົນທິສັນຍາກຳນົດເສັ້ນຊາຍແດນແຫ່ງຊາດປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005 ລະຫວ່າງຫວຽດນາມ ແລະ ກຳປູເຈຍ; ອະນຸສັນຍາປັກຫຼັກໝາຍສາຍແດນທາງບົກລະຫວ່າງຫວຽດນາມ ແລະ ກຳປູເຈຍ, ສ້າງຄວາມສະດວກໃຫ້ແກ່ການພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາແຂວງຕິດຊາຍແດນ; ປະກອບສ່ວນສ້າງສາຍພົວພັນ, ມິດຕະພາບ, ສັນຕະພາບ, ຮ່ວມມືພັດທະນາລະຫວ່າງຫວຽດນາມ ແລະ ກຳປູເຈຍ…”
ກ່ຽວກັບວຽກງານຕິດຕາມກວດກາ, ສະພາແຫ່ງຊາດຈະພິຈາລະນາບັນດາບົດລາຍງານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມ, ການຄາດຄະເນແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2020; ພິຈາລະນາບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທ່າອາກາດສະຍານສາກົນລອງແທັ່ງ ໄລຍະທີ 1; ແຜນການສັງລວມການລົງທຶນພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ, ພູດອຍ ແລະ ເຂດມີເງື່ອນໄຂເສດຖະກິດ - ສັງຄົມປະສົບກັບຄວາມຫຍຸ້ງຍາກເປັນພິເສດ… ນອກນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາວຽກງານບຸກຄະລາກອນ ແລະ ສະຫງວນເປັນເວລາ 3 ວັນເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ.
ກ່ອນທີ່ໄຂກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະມານໂຮ່ຈີມິນ ແລະ ຈັດກອງປະຊຸມກະກຽມເພື່ອປຶກສາຫາລື ແລະ ລົງມະຕິຮັບຮອງເອົາລາຍການຂອງກອງປະຊຸມຄັ້ງທີ 8 ນີ້.
(ແຫຼ່ງຄັດຈາກ VOV)