• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາແຫ່ງຊາດ

ສະຫຼຸບ, ສຳຫຼວດກວດກາການປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XIII ກ່ຽວກັບການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະເປັນປະທານກອງປະຊຸມ

ກອງປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 12 ກໍລະກົດ. ຄາດວ່າ, ທີ່ການເຮັດວຽກເປັນເວລາ 3 ວັນ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນ ແລະ ພິຈາລະນາ, ຮັບຮອງເອົາຫຼາຍເນື້ອໃນສຳຄັນ, ຄື: ສະຫຼຸບ, ສຳຫຼວດກວດກາການປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XIII ກ່ຽວກັບການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ; ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຄົມມະນາຄົມທາງບົກ ແລະ ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມທາງບົກ; ສະຫຼຸບກອງປະຊຸມຄັ້ງທີ 5 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ XV. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະຈາ, ຮັບຮອງເອົາຮ່າງມະຕິຕໍ່ເລື່ອງຊັບຊ້ອນບັນດາອົງການປົກຄອງຂັ້ນເມືອງ, ຂັ້ນຕາແສງ ໄລຍະ 2023 – 2030.

ກໍ່ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຮັບຟັງບົດລາຍງານໝາກຜົນເບືອງຕົ້ນການຕິດຕາມຫົວເລື່ອງສະເພາະຂອງຄະນະປະຈຳສະພາແຫ່ງຊາດ ປະຕິບັດມະຕິກ່ຽວກັບການປ່ຽນແປງໃໝ່ຫຼັກສູດ, ປື້ມຕຳລາຮຽນຂັ້ນສຶກສາສາມັນ; ພິຈາລະນາບົດລາຍງານວຽກງານຄົ້ນຄວ້າຂອງສະພາແຫ່ງຊາດເດືອນ ພຶດສະພາ ແລະ ເດືອນ ມິຖຸນາ ປີ 2023.

ພາຍຫຼັງບົດກ່າວຄຳເຫັນໄຂກອງປະຊຸມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການສະຫຼຸບ, ສຳຫຼວດກວດກາການປະຕິບັດມະຕິລະຫວ່າງບັນດາອົງການສຳນັກງານກ່ຽວກັບການພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ. ກ່ຽວກັບເນື້ອໃນນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ສະມາຊິກສະພາແຫ່ງຊາດຍາມໃດກໍ່ຕ້ອງມີການຕິດຕໍ່ພົວພັນກັບປະຊາຊົນຢ່າງສະໜິດແໜ້ນ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ. ກົດໝາຍວ່າດ້ວຍ ສະພາແຫ່ງຊາດສະບັບປັບປຸງ ປີ 2020 ໄດ້ຍົກໃຫ້ເຫັນວ່າ: ສະມາຊິກສະພາແຫ່ງຊາດ ຕ້ອງມີການພົບປະກັບຜູ້ມີສິດເລືອກຕັ້ງເປັນປະຈຳ ເພື່ອຊອກຮູ້ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ. ສະມາຊິກສະພາແຫ່ງຊາດ ຕ້ອງພົບປະກັບຜູ້ມີສິດເລືອກຕັ້ງຕາມແຜນງານ ພົບປະກັບຜູ້ມີສິດເລືອກຕັ້ງຂອງຄະນະສະມາຊິກສະພາແຫ່ງຊາດ, ພົບປະກັບຜູ້ມີມີສິດເລືອກຕັ້ງຢູ່ບ່ອນພັກອາໄສ ແລະ ບ່ອນເຮັດວຽກ. ມະຕິ ໃນໄລຍະມາເຖິງກໍ່ຕ້ອງເວົ້າແຈ້ງເນື້ອໃນ, ມີຮູບການຄືແນວໃດ ແລ້ວກໍ່ແນະນຳຢ່າງລະອຽດ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top