• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 10 ຊຸດທີ VII

ຂະແໜງກະສິກຳເປັນທ່າແຮງແຫ່ງຊາດ, ເປັນເສົາຄ້ຳຂອງພື້ນຖານເສດຖະກິດ
(ທີ່ກອງປະຊຸມ)

ຕອນເຊົ້າວັນທີ 6 ມັງກອນ, ກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 10 ຊຸດ ທີ  VII, ໄດ້ໄຂຂຶ້ນຢູ່ທີ່ຮ່າໂນ້ຍ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ຕີລາຄາຮອບດ້ານ ບັນດາໝາກຜົນທີ່ບັນລຸໄດ້ ກໍ່ຄືຄວາມຫຍຸ້ງຍາກຕ່າງໆໃນການປະຕິບັດບັນດາຄາດໝາຍ, ໜ້າທີ່ກ່ຽວກັບວຽກງານສະມາຄົມ ແລະ ຂະບວນການຂອງຊາວກະສິກອນ ປີ 2022.

 ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເລືອງກວັກດວານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ, ຢືນຢັນວ່າ:

ນີ້ແມ່ນກາລະໂອກາດສະດວກ ເພື່ອສະມາຄົມຊາວກະສິກອນ ແລະ ຊົນຊັ້ນກະສິກອນ ຫວຽດນາມ ຢືນຢັນຕົນເອງ, ເປັນກຳລັງໜູນເພື່ອໃຫ້ຊົນຊັ້ນຊາວກະສິກອນ ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພັດທະນາຂະແໜງກະສິກຳໃຫ້ຮຸ່ງເຮືອງ, ຮັ່ງມີ, ຊົນນະບົດສີວິໄລ, ທັນສະໄໝ, ປະກອບສ່ວນປະຕິບັດຄວາມຄາດຫວັງ ສ້າງສາປະເທດຊາດໃຫ້ເຂັ້ມແຂງແຮງກ້າ.

ທ່ານ ເລືອງກວັກດວານ ສະເໜີໃຫ້ບັນດາສະມາຄົມຊາວກະສິກອນທຸກຂັ້ນ ໃນທົ່ວປະເທດ ໂດຍຜ່ານບັນດາຂະບວນການເຄື່ອນໄຫວ, ມີຜະລິດຕະພັນລະອຽດ ເພື່ອສືບຕໍ່ຢືນຢັນວ່າ ຂະແໜງກະສິກຳເປັນທ່າແຮງແຫ່ງຊາດ, ເປັນເສົາຄ້ຳຂອງພື້ນຖານເສດຖະກິດ, ໃນນັ້ນ, ຊາວກະສິກອນເປັນເຈົ້າກຳ, ເປັນໃຈກາງຂອງຂະບວນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່.

(ແຫຼ່ງຄັດຈາກ VOV)

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ ປະພາຄານ ໃນ ອາຊຽນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ

Top