• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ

      ກອງປະຊຸມ Shangri La (SLD) ຄັ້ງທີ 18 - ເວທີປາໄສຄວາມໝັ້ນຄົງແຖວໜ້າຂອງພາກພື້ນ ອາຊີ - ປາຊີຟິກ ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄໍ່າວັນທີ 31 ພຶດສະພາ ຢູ່ ສິງກະໂປ. ກອງປະຊຸມຄັ້ງນີ້ ໄດ້ດຶງດູດຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງລວມມີເຈົ້າໜ້າທີ່ປ້ອງກັນຊາດ ແລະ ວົງການນັກຮຽນຮູ້ທີ່ມາຈາກ 50 ປະເທດ ແລະ ເຂດແຄວ້ນ. 
       ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວັນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.


ພິທີໄຂກອງປະຊຸມ Shangri – La ຄັ້ງທີ 18 (ພາບ: TTXVN)
      ທ່ານ Tim Huxley ຜູ້ອໍານວຍການ ຝ່າຍບໍລິຫານ ອາຊີ ປະຈໍາ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ໃຫ້ຮູ້ວ່າ ກອງປະຊຸມ Shangri – La ຄັ້ງທີ 18 ນີ້ ຈະດໍາເນີນ 6 ກອງປະຊຸມຄົບຄະນະ, ລວມມີບັນດາຫົວຂໍ້ຄື: ວິໄສທັດຂອງ ອາເມລິກາ ກ່ຽວກັບຄວາມໝັ້້ນຄົງ ມະຫາສະໝຸດອິນເດຍ - ປາຊີຟິກ; ຄວາມໝັ້ນຄົງ ຢູ່ ສປປ.ເກົາຫຼີ: ບັນດາບາດກ້າວເດີນຕໍ່ໄປ; ຄວາມສະຫງົບປອດໄພທີ່ພວມຜັນປ່ຽນຂອງ ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນຄວາມໝັ້້ນຄົງສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ. ນອກຈາກນັ້ນ, ເວທີປາໄສດັ່ງກ່າວ ຍັງຈັດຕັ້ງ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ ອີກດ້ວຍ.
ຄາດວ່າ,     ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຈະມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດໍາເນີນໃນວັນທີ 2 ມິຖຸນາ ດ້ວຍຫົວຂໍ້ວ່າ “ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງກັນ”.
        ກ່ອນໜ້ານັ້ນ, ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ໂງຊວັນລິກ ໄດ້ມີການພົບປະສອງຝ່າຍ  ກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong – Doo, ທ່ານລັດຖະມົນຕີ ໂງຊວັນລິກ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ວິວັດທະນາການສ້າງສັນຕິພາບໃນແຫຼມເກົາຫຼີ.  ລັດຖະມົນຕີສອງທ່ານ ກໍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ບົນພື້ນຖານຂອງ ຖະແຫຼງການວິໄສທັດລວມ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຮອດປີ 2030.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top