• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃຫ້ບຸ​ລິ​ມະ​ສິດຕໍ່​ການ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ, ປິ່ນ​ປົວ​ໃຫ້​ແກ່​ຜູ້​ຖືກ​ບາດ​ເຈັບ, ຟື້ນ​ຟູ​ການ​ຜະ​ລິດ​ຄືນ​ໃໝ່

ວັນທີ 03 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບວຽກງານແກ້ໄຂຜົນເສຍຫາຍຫຼັງພາຍຸບົວລອຍ ແລະ ບັນດາມາດຕະການຮັບມືກັບພາຍຸ ແມັດມໍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ

ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ຮອດ 9 ໂມງເຊົ້າຂອງວັນທີ 03 ກັນຍາ, ພາຍຸບົວລອຍ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 66 ຄົນ; ເຮືອນປະຊາຊົນກວ່າ 172.000 ຫຼັງ ຖືກເປ່ເພ. ກ່ຽວກັບຂົງເຂດກະສິກຳ, ພາຍຸດັ່ງກ່າວໄດ້ກໍ່ຜົນເສຍຫາຍຕໍ່ເນື້ອທີປູກເຂົ້າ ແລະ ພືດຜັກທັນຍາຫານເກືອບ 89.000 ເຮັກຕາ, ສັດປີກ, ສັດໃຫຍ່ກວ່າ 2.700 ໂຕ, ເນື້ອທີ່ປູກສິນໃນນ້ຳ 17.000 ເຮັກຕາ, ເນື້ອທີປ່າກວ່າ 50.000 ເຮັກຕາ. ກ່ຽວກັບຄົມມະນາຄົມກໍຖືກຜົນເສຍຫາຍຢ່າງໜັກໜ່ວງ. ຜົນເສຍຫາຍລວມທັງໝົດລວມມູນຄ່າປະມານ 15.860 ຕື້ດົ່ງ (ກວ່າ 600 ລ້ານ USD).  

        ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນເດືອນ ກັນຍາ ໄດ້ມີພາຍຸ 4 ລູກເກີດຂຶ້ນຢ່າງຕໍ່ເນື້ອງສົ່ງຜົນກະທົບຕໍ່ ຫວຽດນາມ, ໃນນັ້ນ, ພາຍຸ ບົວລອຍ ມີລະດັບຄວາມແຮງທີ່ສຸດ, ກໍ່ຝົນຕົກໜັກ, ນໍ້ານອງ, ນ້ຳໄຫຼຊຸ, ນ້ຳຖ້ວມໃນວົງກວ້າງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບຸລິມະສິດສຸມແຫຼ່ງກຳລັງຊອກຫາຜູ້ຫາຍສາບສູນ, ປິ່ນປົວໃຫ້ຜູ້ບາດເຈັບ, ອະນາໄມໂຮງຮຽນ, ສຸກສາລາ… ຟື້ນຟູບັນດາເສັ້ນທາງຄົມມະນາຄົມ, ລະບົບໄຟຟ້າ, ນ້ຳສະອາດ. ທ່ານນາຍົກລັດຖະມົນຕີ ກໍສະເໜີວ່າ ພາຍຫຼັງພາຍຸ ຕ້ອງລົງມື້ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບໃຊ້ໃຫ້ແກ່ການເຕີບໂຕ, ສ້າງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top