• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນສະພາບການເຕີບໂຕຂອງຫວຽດນາມ, ໃຜໆກໍໄດ້ຊົມໃຊ້ໝາກຜົນແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ໃນຕະຫຼອດອາຍຸການທີ່ຜ່ານມາ, ຫວຽດນາມໄດ້ຜ່ານຜ່າ ພາຍຸລົມແດງ, ຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ ທີ່ໃຫຍ່ຫຼວງກ່ວາເກົ່າ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບົດລາຍງານສະຫຼຸບວຽກງານອາຍຸການ 2016-2021 ຂອງລັດຖະບານ ທີ່ວາລະໄຂກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 

 ໃນພາກຂຶ້ນຕົ້ນບົດລາຍງານສະຫຼຸບວຽກງານອາຍຸການ 2016-2021 ຂອງລັດຖະບານ ທີ່ວາລະໄຂກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 14 ໃນຕອນເຊົ້າວັນທີ 24 ມີນາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ໃນຕະຫຼອດອາຍຸຫານຜ່ານມາ, ຫວຽດນາມໄດ້ຜ່ານຜ່າ ພາຍຸລົມແດງ, ຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ ທີ່ໃຫຍ່ຫຼວງກ່ວາເກົ່າ. ໃນໄລຍະ 2016-2020 ການນຳລັດຖະບານໄດ້ປະຕິບັດການລົງປະຕິບັດງານ 570 ຄັ້ງຢູ່ບັນດາທ້ອງຖິ່ນເພື່ອຊີ້ນຳແກ້ໄຂຄວາມຫຍຸ້ງຍາກ ບັນຫາຮີບຮ້ອນຢ່າງທັນການ, ພິເສດ ຫວຽດນາມປະສົບຜົນສຳເລັດໃນການຕ້ານໂລກລະບາດ ໂຄວິດ-19 . ໃນການຕີລາຄາກ່ຽວກັບສາຍເຫດທີ່ພາໄປເຖິງການບັນລຸຜົນງານໃນອາຍຸການ, , ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຊ້ຄຳວ່າ “ບຸກທະລຸ” ເພື່ອເນັ້ນເຖິງບັນດາຈຸດເດັ່ນໃນການໃຫ້ບຸລິມາສິດໃນການຊີ້ນຳບໍລິຫານ. , ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

     “ ພວກເຮົາມີບັນດາບາດກ້າວບຸກທະລຸ, ເປີດສາກແມ່ນ ບຸກທະລຸໃນການສ້າງລະບອບລະບຽບການເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ໂຄງການສ້າງກົດໝາຍ, ລັດຖະບັນຍັດໂດຍລັດຖະບານນຳສະເໜີ ແລະ ສຸມໃສ່ການໃຫ້ບຸລິມະສິດ ແລະ ສຸມແຫຼ່ງກຳລັງໃຫ້ແກ່ການປະຕິບັດ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ, ເຊື່ອມໂຍງຂອງລະບົບກົດໝາຍ, ບຸກທະລຸ ທາງດ້ານການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ແກ້ໄຂວຽກເຮັດງານທຳໃຫ້ແກ່ 8 ລ້ານຄົນ, ຖືມະນຸດເປັນໃຈກາງຂອງການປະດິດຄິດສ້າງ, ບຸກທະລຸ ກ່ຽວກັບໂຄງປະກອບໂຄງລ່າງຢ່າງຄົບຊຸດເພື່ອດຶງດູດການລົງທຶນ ແລະ ພັດທະນາບັນດາຂະແໜງການ, ຂົງເຂດຕ່າງໆ”

    ຕາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລ້ວ, ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການທາງດ້ານການເມືອງ, ການທູດ, ນິຕິທຳ, ສື່ສານ ແນໃສ່ເດັດດ່ຽວປົກປັກຮັກສາອະທິປະໄຕ ເຂດໝູ່ເກາະທະເລໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ໄດ້ ການຂີດຂັ້ນ ປັກຫຼັກໝາຍຊາຍແດນສຳເລັດ 85% ກັບກຳປູເຈຍ, ການເຄື່ອນໄຫວວັດທະນະທຳ, ຖະແຫຼງຂ່າວ, ການພົວພັນຕ່າງປະເທດ, ວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ, ການປົກປ້ອງພົນລະເມືອງ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ . 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top