• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ - ສະຖານທີ່ບຳລຸງສ້າງໃຫ້ພະສົງ ຢູ່ ບັນດາແຂວງ ພາກໃຕ້ ຫວຽດນາມ

ໂຮງຮຽນສຶກສາ ບາລີ ຊັ້ນກາງພາກໃຕ້ຫວຽດນາມ ໄດ້ຮັບການສ້າງຕັ້ງແຕ່ ປີ 1994 ຢູ່ແຂວງ ຊອັກຈັງ. ນີ້ແມ່ນສະຖານທີ່ບຳລຸງສ້າງໃຫ້ບັນດາພະສົງຊາວຂະແມ ຂອງບັນດາແຂວງເຂດພາກໃຕ້ ຫວຽດນາມ. ພວກເຮົາຈົ່ງພ້ອມກັນທັດສະນະໂຮງຮຽນຫລັງນີ້ໂດຍຜ່ານບົດຂຽນຂອງ ງອັກແອັງ.
ຊົ່ວໂມງຮຽນໃນໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້. ພາບ: Ngoc Anh

ໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ກວ້າງເກືອບ 10.000 ຕາແມັດ ຕັ້ງຢູ່ໃນບໍລິເວນວັດ ເຄີແລັງ, ຖະຫນົນ ໂຕນດຶກຖັງ, ນະຄອນ ຊອັກຈັງ. ປະຈຸບັນ ຢູ່ໂຮງຮຽນມີ 7 ຊັ້ນຮຽນ, ແຕ່ຊັ້ນ ມໍ1 ຫາຊັ້ນ ມໍ7, ແຕ່ລະຊັ້ນຮຽນ ມີ 01 ຫ້ອງ. ພະນັກງານ, ຄູອາຈານ ຂອງໂຮງຮຽນມີ 45 ຄົນ, ໃນນັ້ນ ອາຈານສອນມີ 21 ຄົນ.

ໂຮງຮຽນໄດ້ປະຕິບັດການສອນຕາມ 3 ຫລັກສູດ: ຫລັກສູດການສຶກສາຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ; ຫລັກສູດໄວຍາກອນພາສາ ບາລີ; ຫລັກສູດພາສາວັນນະຄະດີ ຂະແມ ມັດທະຍົມ ແລະ ພາສາ ຂະແມ. ທ່ານ ອາຈານ ເລິມຍຶມ, ຜູ້ອຳນວຍການໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາພະສົງ ສາມະເນນ ທີ່ຮຽນຢູ່ທີ່ນີ້ ແມ່ນຮຽນແຕ່ຊັ້ນມັດທະຍົມຕອນຕົ້ນ ແລ້ວຮຽນຕໍ່ຊັ້ນມັດທະຍົມຕອນປາຍ, ຊັ້ນຮຽນແມ່ນແຕ່ ມໍ1 ຫາ ມໍ7. ໄລຍະເວລາບຳລຸງສ້າງແມ່ນ 5 ປີ. ພວກຂ້າພະເຈົ້າປະຕິບັດຫລັກສູດການສຶກສາ ຊັ້ນກາງ, ການສຶກສາສາມັນ ແລະ ນຳໃຊ້ຕຳລາລະບົບຫລັກສູດການສຶກສາຊັ້ນກາງ ຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ໂຮງຮຽນກໍ່ມີໜ້າທີ່ປະຕິບັດແຜນຮ່າງບຳລຸງສ້າງພາສາ ຂະແມ ໃຫ້ພະນັກງານ, ລັດຖະກອນ, ພາລະກອນໃນບໍລິເວນແຂວງ ຊອັກຈັງ ໄລຍະ 2019 -2023 ເຊິ່ງຈັດຕັ້ງໄດ້ 4 ຊຸດຮຽນແລ້ວ, ມີພະນັກງານ, ລັດຖະກອນຂອງແຂວງມາຮຽນປະມານ 1.000 ຄົນ. ນອກຈາກນັ້ນ, ໂຮງຮຽນກໍ່ໄດ້ສົມທົບກັບວິທະຍຸກະຈາຍສຽງ ໂທລະພາບ ແຂວງຊອັກຈັງ ສອນພາສາ ຂະແມ ຜ່ານທາງໂທລະພາບອີກດ້ວຍ.”

ສົກຮຽນ 2022 – 2023 ທີ່ຜ່ານມາ, ໂຮງຮຽນມີນັກຮຽນທັງໝົດ 192 ຄົນ. ຜົນການຮຽນທ້າຍປີ ມີນັກຮຽນໄດ້ຮັບການຍ້ອງຍໍເປັນນັກຮຽນເກັ່ງ 21 ຄົນ, ນັກຮຽນກ້າວໜ້າ 69 ຄົນ. ພະ ແຍັງຕຽນ ມາຈາກແຂວງ ກຽນຢາງ ໃຫ້ຮູ້ວ່າ:

“ຮຽນຢູ່ທີ່ນີ້ ກໍ່ຄືກັນກັບຮຽນຫລັກສູດສາມັນ ແລະ ຮຽນຕື່ມບັນດາວິຊາພາສາ ຂະແມ, ພາສາ ບາລີ ແລະ ທັງພາສາ ອັງກິດ ນຳອີກ. ພະສົງ ກິນນອນຢູ່ໃນໂຮງຮຽນ, ໂດຍໂຮງຮຽນໄດ້ຊ່ວຍເຫລືອ, ສ້າງເງື່ອນໄຂໃຫ້ຮ່ຳຮຽນດີ, ສະຫນອງບັນດາອຸປະກອນຮັບໃຊ້ການດຳລົງຊີວິດຢ່າງພຽງພໍ, ຫນູນຊ່ວຍອັດຕາກິນ, ມີເຮືອນໃຫ້ພະສົງຢູ່ສະເພາະ.”

ສິ່ງທີ່ພິເສດຢູ່ໂຮງຮຽນແຫ່ງນີ້ແມ່ນ ຄຽງຄູ່ກັບການສິດສອນແລ້ວ, ໂຮງຮຽນຍັງປະຕິບັດໜ້າທີ່ການເມືອງ, ຍົກສູງລະດັບສະຕິຄວາມຮັບຮູ້, ເຊື່ອມຊຶມແຜນນະໂຍບາຍແນວທາງ, ນະໂຍບາຍຂອງລັດໃຫ້ນັກຮຽນນຳອີກ. ຫມູ່ຄະນະພະນັກງານ, ຄູອາຈານ ແລະ ນັກຮຽນ ຍາມໃດກໍ່ມານະພະຍາຍາມປະຕິບັດບັນດາຄາດຫມາຍ, ຫນ້າທີ່ເຊິ່ງຂະແຫນງການສຶກສາໄດ້ວາງອອກໃຫ້ສຳເລັດເປັນຢ່າງດີ. ອາຈານ ເລຈາງຊວັນມົ້ງ, ອາຈານສອນວິຊາພາສາອັງກິດ, ຄູປະຈຳຫ້ອງ ມໍ 7, ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

“ນັກຮຽນມີຫລາຍເກນອາຍຸທີ່ແຕກຕ່າງກັນ, ການນຳໃຊ້ພາສາຫວຽດ ຂອງພະສົງບາງອົງ ຍັງຈຳກັດຢູ່, ສະນັ້ນ ໃນການສິດສອນກໍ່ປະສົບກັບຄວາມຫຍຸ້ງຍາກ. ເພື່ອຊ່ວຍໃຫ້ດີຂຶ້ນ, ສຳລັບວິຊາວັນນະຄະດີ, ຄູສອນໄດ້ຈັດຕັ້ງການສອນເພີ່ມ, ໃຫ້ນັກຮຽນອ່ານຂ່າວສານຕ່າງໆ, ມີບົດເຝິກຫັດການເຝິກຂຽນຫນັງສືຕື່ມອີກ. ສ່ວນວິຊາຄະນິດສາດ ຄູກໍ່ນຳໃຊ້ສື່ສັງຄົມອອນລາຍ Zalo, Feacebookເພື່ອສອນນອກໂມງຮຽນຕື່ມອີກ.

ນອກຈາກໄດ້ຮຽນບັນດາວິຊາຄືດັ່ງນັກຮຽນສາມັນແລ້ວ,ບັນດາວິຊາເຕັກໂນໂລຊີ, ກິລາ, ດົນຕີ, ພະສົງບໍ່ໄດ້ຮຽນ ແຕ່ປ່ຽນແທນນັ້ນແມ່ນ ວິຊາ ວັນນະຄະດີ ຂະແມ ແລະ ພາສາ ບາລີ. ທ່ານ ແຍັງເມັ້ນ, ຮອງຫົວຫນ້າພະແນກການສຶກສາ, ໂຮງຮຽນສືກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

“ຫລັກສູດການຮຽນສຳລັບພະສົງແມ່ນມີລັກສະນະສະເພາະເມື່ອທຽບໃສ່ກັບບັນດາໂຮງຮຽນສາມັນ. ໃນຫລັກສູດສັງລວມຂອງໂຮງຮຽນ ແມ່ນມີ 2 ສ່ວນ, 75% ແມ່ນຫລັກສູດສາມັນ ແລະ 25% ແມ່ນພາສາ ບາລີ ແລະ ພາສາ ຂະແມ. ເມື່ອຮຽນຫມົດຫລັກສູດ ມໍ7, ພະສົງກໍ່ເຂົ້າຮ່ວມການເສັງກັບນັກຮຽນຢູ່ບັນດາໂຮງຮຽນສາມັນ. ເມື່ອທຽບກັບໂຮງຮຽນອື່ນແລ້ວ, ເມື່ອຮຽນຈົບ ມໍ 4 ແລະ ມໍ7 ຢູ່ໂຮງຮຽນແຫ່ງນີ້ ພະສົງຈະມີໃບຢັ້ງຢືນຈົບ ມໍ7 ຂະແມ ຕື່ມອີກ.”

ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ໂຮງຮຽນສຶກສາ ບາລີ ຊັ້ນກາງ ພາກໃຕ້ ຫວຽດນາມ ໄດ້ບຳລຸງສ້າງໃຫ້ພະສົງກວ່າ 1.200 ອົງ. ພາຍຫລັງຮຽນຈົບ, ພະສົງຈຳ ນວນຫນຶ່ງກໍ່ສາມາດຮຽນຕໍ່ຢູ່ບັນດາສະຖາບັນການສຶກສາສົງຢູ່ພາຍໃນ ແລະ ຕ່າງປະເທດໄດ້.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top