• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນ​ຖານ

ຕອນບ່າຍວັນທີ 27 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຄະນະປະຈຳລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຕີລາຄາສູງຕໍ່ການເຂົ້າຮ່ວມຂອງບັນດາທ້ອງຖິ່ນ ແລະ ຂະແໜງການສາທາລະນະສຸກໃນການຈຳກັດບໍລິເວນ, ຄົ້ນຫາປະຫວັດການສຳຜັດຂອງຜູ້ຕິດເຊື້ອ, ເພີ່ມທະວີການກວດວິໄຈຫາເຊື້ອຢ່າງຂ້ຽວຂາດ ແລະ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີໂດຍພື້ນຖານ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ຕ້ອງສືບຕໍ່ປະຕິບັດຢ່າງວ່ອງໄວ ແລະ ຂ້ຽວຂາດ. ພ້ອມກັນນັ້ນ ແມ່ນປະຕິບັດເປົ້າໝາຍຄວບຄູ່ໃຫ້ເປັນຢ່າງດີ, ໜູນຊ່ວຍການຜະລິດ, ການສົ່ງອອກ, ສ້າງວຽກເຮັດງານທຳ, ສ້າງລາຍຮັບ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ສະພາບເປັນປົກກະຕິໃນສັງຄົມ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ຈົ່ງກວດກາຄືນໃໝ່ລະບຽບການເຂົ້າເມືອງສຳລັບນັກຊ່ຽວຊານ, ນັກລົງທຶນ ເຂົ້າມາຫວຽດນາມ ຕາມທິດກະທັດຣັດ, ໄວ, ສະດວກ, ກວດສຸຂະພາບຢ່າງເຂັ້ມງວດ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ - ຂົນສົ່ງ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບ ສະເໜີເປີດສາຍການບິນການຄ້າໄປຍັງບັນດາປະເທດທີ່ມີຄວາມປອດໄພສູງຄືນໃໝ່.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top