• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid - 19: ຫວຽດນາມ ມີ​ 6 ຫົວໜ່ວຍ​ໄດ້​ຮັບ​ອະນຸຍາ​ດ​ໃຫ້ວິ​ໄຈ​ກວດ​​ພົບເຊື້ອ​ໄວຣັດ SARS – CoV- 2

ຄາດວ່າ ໃນໄລຍະຈະມາເຖິງ, ທົ່ວປະເທດ ຈະມີ ຫ້ອງວິໄຈກວດພົບເຊື້ອໄວຣັດດັ່ງກ່າວປະມານ 30.

ຫວຽດນາມມີທັງໝົດ 6 ຫົວໜ່ວຍ ໄດ້ຮັບອະນຸຍາດໃຫ້ປະຕິບັດການວິໄຈກວດພົບເຊື້ອໄວຣັດ SARS – CoV- 2 (ພາບ: TTXVN)

 ວັນທີ 26 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ອອກຂໍ້ຕົກລົງກ່ຽວກັບການອະນຸຍາດໃຫ້ ໂຮງໝໍທົ່ວໄປສູນກາງເຫວ້ ແລະ ໂຮງໝໍພະຍາດເຂດຮ້ອນ ນະຄອນໂຮ່ຈີມິນປະຕິບັດການວິໄຈກວດພົບເຊື້ອໄວຣັດ SARS – CoV- 2. ສອງຫົວໜ່ວຍດັ່ງກ່າວ ມີໜ້າທີ່ເຮັດການວິໄຈວິເຄາະ ແລະ ຢັ້ງຢືນໂລກພະຍາດ Covid – 19 ຕາມບັນດາຂໍ້ກໍານົດທີ່ໄດ້ປະກາດໃຊ້ໃນປັດຈຸບັນ. ຕາມນັ້ນແລ້ວ, ໄລ່ມາຮອດປັດຈຸບັນ, ຫວຽດນາມມີທັງໝົດ 6 ຫົວໜ່ວຍ ໄດ້ຮັບອະນຸຍາດໃຫ້ປະຕິບັດການວິໄຈດັ່ງກ່າວ. ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກແລ້ວ, ປັດຈຸບັນ ກະຊວງສາທາລະນະສຸກ ກໍພວມສືບຕໍ່ພິຈາລະນາ, ກວດກາ ແລະ ຢັ້ງຢືນໃຫ້ໂຮງໝໍອີກຈໍານວນໜຶ່ງໄດ້ປະຕິບັດການວິໄຈກວດພົບເຊື້ອໄວຣັດ SARS – CoV- 2. ຄາດວ່າ ໃນໄລຍະຈະມາເຖິງ, ທົ່ວປະເທດ ຈະມີ ຫ້ອງວິໄຈກວດພົບເຊື້ອໄວຣັດດັ່ງກ່າວປະມານ 30.

        ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໂລກພະຍາດດັ່ງກ່າວ, ຕອນບ່າຍວັນທີ 26 ກຸມພາ, ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໄດ້ປະກາດໃຊ້ເອກະສານດ່ວນ ທີ່ສົ່ງໄປຍັງກົມໃຫຍ່ທາງບົກຫວຽດນາມ, ບັນດາກົມການບິນຫວຽດນາມ, ກົມເດີນເຮືອຫວຽດນາມ, ກົມລົດໄຟຫວຽດນາມ, ທາງນໍ້າພາຍໃນຫວຽດນາມ ແລະ ກົມສາທາລະນະສຸກຄົມມະນາຄົມຂົນສົ່ງ ຮຽກຮ້ອງໃຫ້ຍູ້ແຮງການປ້ອງກັນ, ຕ້ານໂລກລະບາດດັ່ງກ່າວ. ກົມການບິນຫວຽດນາມ ຊີ້ນໍາໃຫ້ບັນດາບໍລິສັດການບິນ ແຈ້ງໃຫ້ຜູ້ໂດຍສານທຸກຄົນທີ່ເດີນທາງມາແຕ່ ສ.ເກົາຫຼີ ຈະຕ້ອງຂຽນໃສ່ໃບແຈ້ງສຸຂະພາບໃຫ້ຖືກຕ້ອງກັບຄວາມຈິງ; ພ້ອມທັງກ່າວເຕືອນວ່າ ບັນດາຜູ້ໂດຍສານທີ່ເປັນຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ ສ.ເກົາຫຼີ ຄວນຊັ່ງຊາເລື່ອງຊື້ປີ້ຍົນກັບຄືນມາປະເທດ ເພາະວ່າ ຕ້ອງໄດ້ແຍກຕົວອອກຢູ່ຕ່າງຫາກພາຍໃນ 14 ວັນຕາມຂໍ້ກໍານົດ.


ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງເປັນປະທານກອງປະຊຸມ (ພາບ: TTXVN)

ກ່ຽວຂ້ອງເຖິງໂລກລະບາດດັ່ງກ່າວ, ຕອນບ່າຍຂອງວັນດຽວກັນ, ທ່ານປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ໄດ້ເປັນປະທານກອງປະຊຸມຕີລາຄາຜົນກະທົບຈາກໂລກລະບາດ Covid – 19 ຕໍ່ ການເຕີບໂຕເສດຖະກິດ-ສັງຄົມ ຂອງນະຄອນໃນປີ 2020 ແລະ ນະທີ່ນີ້, ທ່ານກໍໄດ້ຍົກອອກບັນດາມາດຕະການເຕີບໂຕເສດຖະກິດຂອງນະຄອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top