
ບັ້ນຕໍ່ສູ້ “ເຊື່ອໝັ້ນຕໍ່ໄຊຊະນະ” ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມຮ່ວມກັນປ້ອງກັນ, ສະກັດກັ້ນໂລກລະບາດ ໃນສະພາບການໃໝ່
(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)
ບັ້ນຕໍ່ສູ້ແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນຄົນພ້ອມກັນປະຕິບັດ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຄົບຖ້ວນ, ສ້າງວິຖີຊີວິດໃຫ້ເໝາະສົມ, ສ້າງຄວາມຊິນເຄີຍທີ່ເປັນປະໂຫຍດຕໍ່ສຸຂະພາບເພື່ອດຳລົງຊີວິດຢູ່ຮ່ວມກັບໂລກລະບາດ, ສ້າງ ຊີວິດໃຫ້ເປັນປົກກະຕິໃນສະພາບການໃໝ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູ, ພັດທະນາເສດຖະກິດ. ບັ້ນຕໍ່ສູ້ກກໍ່ໄດ້ສົ່ງສານກ່ຽວກັບຄວາມສາມັກຄີ, ຮຽກຮ້ອງໃຫ້ມີການກະທຳ, ແຜ່ຂະຫຍາຍຄວາມຮັກແພງໃນຊຸມຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ດ້ອຍໂອກາດຫຼາຍກ່ວາໝູ່ໃນສັງຄົມ.
ແລະໃນເຫດການທີ່ກ່ຽວຂ້ອງ, ວັນທີ 6 ສິງຫາພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນດ່ານັ້ງ ໃຫ້ຮູ້ວ່າ: ອົງການນີ້ຫາກໍ່ຜັນຂະຫຍາຍການນຳໃຊ້ທົດລອງຮາກຖານຂໍ້ມູນຂ່າວສານກ່ຽວກັບຜູ້ຕິດເຊື້ອພະຍາດ Covid – 19 ເພື່ອແນໃສ່ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ດ່ານັ້ງ.
(ແຫຼ່ງຄັດຈາກ VOV)