ການຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ໃນນັ້ນຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກຕິດພັນກັບການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມູນຄ່າເພີ່ມ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຖືນີ້ແມ່ນ ເຂັມຊີ້ທິດເພື່ອຫັນເປົ້າໝາຍການເຕີບໂຕ GDP ບັນລຸລະດັບ 2
ຫວຽດນາມ ສູ້ຊົນຫັນເປົ້າໝາຍການເຕີບໂຕ GDP ບັນລຸລະດັບສອງຕົວເລກໃນໄລຍະ 2026 - 2030 ໃຫ້ປະກົດຜົນເປັນຈິງ (ພາບ: VNA)
ໜຶ່ງໃນບັນດາໜ້າທີ່ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຕື້ອງເຖິງໃນບົດກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານສູນກາງກອມມູນິດ ຫວຽດນາມ ຊຸດທີ XIV ຈັດຂຶ້ນໃນ ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ແມ່ນກຳນົດຮູບແບບການເຕີບໂຕອີງຕາມສະມັດຕະພາບ, ພູມປັນຍາ, ເຕັກໂນໂລຢີ ແລະ ມະນຸດ. ການຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ໃນນັ້ນຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກຕິດພັນກັບການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມູນຄ່າເພີ່ມ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຖືນີ້ແມ່ນ ເຂັມຊີ້ທິດເພື່ອຫັນເປົ້າໝາຍການເຕີບໂຕ GDP ບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030. ເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ປະກອບສ່ວນກວ່າ 85%ຍອດວົງເງິນສົ່ງອອກຂອງທົ່ວປະເທດ, ສຸມໃສ່ສິນຄ້າອຸດສາຫະກຳປະເພດປຸງແຕ່ງ ແລະ ເຕັກໂນໂລຢີສູງແຕ່ລະບົບສະໜອງຍັງມີຈຳກັດເປັນຕົ້ນ. ທ່ານ ປ.ອ ເລຢຸຍບິ່ງ ນັກຊ່ຽວຊານເສດຖະກິດ, ຜູ້ອຳນວຍການ Economica ຫວຽດນາມ ຖືວ່າ:
ພວກເຮົາສ່ວນຫຼາຍນຳເຂົ້າເຕັກໂນໂລຢີ, ນະວັດຕະກຳ ກ່ຽວກັບເຕັກໂນໂລຢີຍັງມີຈຳກັດ. ມະຕິຂອງພັກກ່ຽວກັບເລື່ອງປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ໄດ້ແກ້ໄຂຖືກຕ້ອງບັນດາຂໍ້ຈຳກັດຂອງພື້ນຖານເສດຖະກິດ ພວກເຮົາໃນປັດຈຸບັນ ແລະ ປຸກລຸກຄວາມມານະພະຍາຍາມຂອງ ປະຊາຄົມວິສາຫະກິດກໍ່ຄືບັນດາອົງການຄຸ້ມຄອງເພື່ອໃຫ້ພວກເຮົາມີມາດຕະການຊ່ວຍວິທະຍາສາດເຕັກໂນໂລຢີກາຍເປັນຂໍ້ກຸນແຈຢ່າງແທ້ຈິງເພື່ອຍູ້ແຮງການຮັບເອົາເຕັກໂນໂລຢີຢ່າງແຮງກວ່າອີກ, ເຜີຍແຜ່ເຕັກໂນໂລຢີ ແລະ ມຸ່ງໄປເຖິງປະດິດຄິດສ້າງເຕັກໂນໂລຢີ.
(ແຫຼ່ງຄັດຈາກ VOV)