• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19: ໃນທົ່ວໂລກມີຜູ້ເສຍຊີວິດຍ້ອນເຊື້ອພະຍາດໂຄວິດ - 19 ຈໍານວນ 287.250 ຄົນ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງ ຂອງວັນທີ 12 ພຶດສະພາ  (ຕາມເວລາຫວຽດນາມ), ໃນທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 4.253.799 ຄົນ, ໃນນັ້ນ ມີ 287.250 ຄົນ ເສຍຊີວິດ.

ແພດໝໍ ແລະ ຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ - 19 ຢູ່ ເມັກຊີໂກ (ພາບ:  THX/TTXVN)
      ໂລກລະບາດດັ່ງກ່າວໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ປັດຈຸບັນ, ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນກວ່າ 1,5 ລ້ານຄົນ.
        ອາເມລິກາ ພວມແມ່ນປະເທດແຜ່ລະບາດເຊື້ອພະຍາດຮ້າຍແຮງກວ່າໝູ່ ໃນໂລກ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.385.834 ຄົນ ແລະ ມີ 81.795 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ ດ້ວຍຈໍານວນຜູ້ຕິດເຊື້ອ 268.000 ຄົນ ແລະ ເສຍຊີວິດ 26.744 ຄົນ; ອັງກິດ ດ້ວຍຈໍານວນກໍລະນີຕິດເຊື້ອແມ່ນ 223.000 ກໍລະນີ ແລະ ເສຍຊີວິດ 32.000 ກໍລະນີ.
        ຢູ່ ເມັກຊີໂກ, ກະຊວງສາທາລະນະສຸກ ໄດ້ຢັ້ງຢືນວ່າ ປະເທດນີ້ມີຍອດຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 36.327 ຄົນ, ເຊິ່ງເປັນປະເທດທີ່ມີອັດຕາສ່ວນການເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສູງທີ່ສຸດໃນທະວີບ ອາເມລິກາ  ດ້ວຍລະດັບ 9,8%.
        ສ່ວນຢູ່ ອາຊີ, ອິນເດຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດແມ່ນກວ່າ 67.000 ຄົນ,ໃນນັ້ນ ມີ 2.206 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)
 

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ກໍ່ຈະເພີ່ມກອງທຶນໜູນຊ່ວຍຂຶ້ນທົບ 2 ເທົ່າໃຫ້ແກ່ໄລຍະກະກຽມແມ່ນຂຶ້ນເຖິງ 31 ລ້ານ USD ໃຫ້ບັນດາສະຫະພັນບານເຕະແຫ່ງຊາດ ມີທິມນັກກິລາຍາດສິດເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ 2023.

Top