• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19: ຫວຽດນາມກັບໂລກ

      ທ່ານ ຫວູເວືອງຫວຽດ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ມອບໃຫ້ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງ

ມອບເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງຜ່ານສະຖານທູດກຳປູເຈຍ ປະຈຳຫວຽດນາມ
(ພາບ: baoquocte.vn)
      ຕອນເຊົ້າວັນທີ 17 ເມສາ, ຢູ່ສຳນັກງານສະຖານທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳຮ່າໂນ້ຍ, ໂດຍຕາງໜ້າໃຫ້ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ທ່ານ ຫວູເວືອງຫວຽດ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ມອບໃຫ້ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງຜ່ານສະຖານທູດກຳປູເຈຍ ປະຈຳຫວຽດນາມ, ເພື່ອແນໃສ່ປະກອບສ່ວນໜູນຊ່ວຍປະຊາຊົນກຳປູເຈຍ ຕ້ານໂລກລະບາດໂຄວິດ - 19.
* ໃນ fanpage ຂອງສະຖານທູດອາເມລິກາ ປະຈຳຫວຽດນາມ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Kritenbrink ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບຜ້າອັດປາກກັນພະຍາດ 250.000 ອັນເພື່ອໜູນຊ່ວຍອາເມລິກາ ໃນການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM – 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ ຟີ​ລິບ​ປິນ.

Top