• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດອັກເສບປອດ Covid-19: ຜູ້ອຳນວຍການໃຫຍ່ WHO ຮຽກຮ້ອງໃຫ້ໂລກກຽມພ້ອມຮັບມືກັບຄວາມສາມາດກາຍເປັນໂລກລະບາດ

ໂລກລະບາດອັກເສບປອດ Covid – 19 ພວມຢູ່ໃນ “ຈຸດເວລາຕັດສິນ” ໃນທົ່ວໂລກ.

 
ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO)

(ພາບ: Reuters)


ວັນທີ 27 ກຸມພາ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ເນັ້ນໜັກວ່າ ໂລກລະບາດອັກເສບປອດ Covid – 19 ພວມຢູ່ໃນ “ຈຸດເວລາຕັດສິນ” ໃນທົ່ວໂລກ, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດຖືກຜົນສະທ້ອນ “ມີການກະທຳຢ່າງວ່ອງໄວ” ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດ.

          ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ເຊີແນວ, ປະເທດສະວິດ, ທ່ານ Tedros ເນັ້ນໜັກວ່າ, ທຸກໆປະເທດໃນໂລກຄວນຮັບປະກັນວ່າ ລະບົບສາທາລະນະສຸກຂອງເຂົາເຈົ້າກຽມພ້ອມການຮັບມືກັບສະພາບເຊື້ອໄວຣັດ Covid – 19 ແຜ່ລະບາດ.

          ວັນທີ 27 ກຸມພາ, ອົງການປົກປ້ອງພົນລະເຮືອນອີຕາລີ ໄດ້ແຈ້ງໃຫ້ຊາບວ່າ ມີ 2 ກໍລະນີຖືກເສຍຊີວິດຍ້ອນຕິດເຊື້ອໄວຣັດ SARS-Cov-2 ຕື່ມອີກ, ຍົກຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອໄວຣັດ Covid – 19 ຂຶ້ນເປັນ 14 ກໍລະນີ. ນອກນັ້ນ, ອີຕາລີ ຍັງມີ 452 ກໍລະນີຕິດເຊື້ອໄວຣັດ SARS-Cov-2 ຢູ່ 11 ເຂດໃນທົ່ວປະເທດ.

          ແລະກໍ່ໃນວັນດຽວກັນ, ປະເທດ ເກຼັກ ມີ 3 ກໍລະນີຕິດເຊື້ອໄວຣັດ SARS-Cov-2; ມາເລເຊຍ ມີຄົນໃໝ່ຕິດເຊື້ອໄວຣັດ SARS-Cov-2 ໃໝ່ຕື່ມອີກ 1 ຄົນ; ລີບັງ ມີ 3 ກໍລະນີ; ອັງກິດ ມີ 15 ກໍລະນີ; ຝລັ່ງ ມີ 38 ກໍລະນີ; ໂຮນລັງ ແມ່ນກວດພົບກໍລະນີທຳອິດທີ່ຕິດເຊື້ອໄວຣັດ SARS-Cov-2 ແລະ ຈີນ ມີ 44 ກໍລະນີເສຍຊີວິດຍ້ອນຕິດເຊື້ອໄວຣັດ Covid – 19 ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top