• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຕ້ອນຮັບວັນບຸນຄຼິດສະມາດໃນຈິດໃຈສາມັກຄີກັນເພື່ອຕ້ານໂລກລະບາດໂຄວິດ 19

      ຢູ່ເຂດ Bethlehem ທາງຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຊື່ງແມ່ນບ່ອນກຳເນີດຂອງພະເຢຊູ, ຊາວຄຼິດນັບພັນຄົນ ກໍ່ຫຼັ່ງໄຫຼເຂົ້າມາແຫ່ງນີ້ ເພື່ອເຂົ້າຮ່ວມວັນບຸນໃຫ່ຍກ່ວາໝູ່ໃນປີ.
ຕົ້ນແປກໄດ້ປະດັບປະດາຢູ່ປະເທດໂປໂລຍ (ພາບ: PAP/TTXVN)
      ຄຳຄືນວັນທີ 24 ທັນວາ ແລະ ຮຸ່ງເຊົ້າວັນທີ 25 ທັນວາ (ຕາມເວລາຫວຽດນາມ), ປຊຊ ຢູ່ຫຼາຍປະເທດໃນໂລກ ໄດ້ຕ້ອນຮັບວັນບຸນຄຼິດສະມາດຕາມບັນດາວິທີສະເພາະ ໃນສະພາບການຕ້ອງປະຕິບັດບັນດາມາດຕະການປ້ອງກັນໂລກລະບາດໂຄວິດ 19 ຢ່າງເຂັ້ມງວດ ຍ້ອນການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Omicron. ຢູ່ໂບດ Vatican ມີການເຂົ້າຮ່ວມຂອງຜູ້ມີຍົດສັກຕຳແໜ່ງປະມານ 200 ຄົນ ແລະ ຊາວຄຼິດ 2000 ຄົນ. ສັນທະປະປາ Francis ໄດ້ຮຽກຮ້ອງໃຫ້ ປຊຊ ໃນທົ່ວໂລກ ຈົ່ງໃຊ້ຊີວິດໃຫ້ກຸ້ມຄ່າ ແລະ ພ້ອມກັນສາມັກຄີ ຊ່ວຍເຫຼືອບັນດາຜູ້ທຸກຍາກ.
   ຢູ່ບາງປະເທດເອີລົບ ຄື ເຢຍລະມັນ ແລະ ແອດສະປາຍ, ປຊຊ ຫຼາຍຄົນໄດ້ລຽນແຖວຍາວ ເພື່ອສັກຢາກັນພະຍາດ ເພື່ອສາມາດເຂົ້າຮ່ວມເຫດການຕ່າງໆ ແລະ ມີວັນພັກການໃນຍາມບຸນໂດຍປອດໄພ.
   ຢູ່ເຂດ Bethlehem ທາງຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຊື່ງແມ່ນບ່ອນກຳເນີດຂອງພະເຢຊູ, ຊາວຄຼິດນັບພັນຄົນ ກໍ່ຫຼັ່ງໄຫຼເຂົ້າມາແຫ່ງນີ້ ເພື່ອເຂົ້າຮ່ວມວັນບຸນໃຫ່ຍກ່ວາໝູ່ໃນປີ.
    ສ່ວນຢູ່ ອາເມລິກາເໜືອ, ໃນເວລາ 12 ໂມງທ່ຽງຂອງວັນທີ 25 ທັນວາ (ຕາມເວລາຮ່າໂນ້ຍ) ຈຶ່ງແມ່ນຄ່ຳຄືນວັນຄຼິດສະມາດ, ກອງບັນຊາການປ້ອງກັນອາກາດ ອາເມລິກາເໜືອ (NORAD), ບັນດາທະຫານອາເມລິກາ ແລະ ການາດາ ໄດ້ເລີ່ມຕິດຕາມການເດີນທາງຂອງຊັນຕາໂຄດ ຜ່ານໜ້າຈໍ radar. ເຖິງວ່າ ແມ່ນການເດີນທາງໃນຄວາມນຶກຄິດກໍ່ຕາມ ແຕ່ NORAD ຍັງໄດ້ຮັກສາໜ້າທີ່ປະຈຳປີນີ້ ໃນຕະຫຼອດ 6 ທົດສະວັດທີ່ຜ່ານມາ ເພື່ອຮັບໂທລະສັບທຸກສາຍ ແລະ ຈົດໝາຍຂອງບັນດາເດັກນ້ອຍໃນໂລກ ສົ່ງໄປຍັງຊັນຕາໂຄດ. ນີ້ແມ່ນປີທີ 2 ທີ່ຂະບວນລົດຂອງຊັນຕາໂຄດ ໄປແຈກຢາຍຂອງຂວັນໃຫ້ພວກເດັກນ້ອຍ ໃນສະພາບການໂລກລະບາດໂຄວິດ 19 ຍັງຄຸກຄາມຢູ່.  
(ແຫຼ່ງຄັດຈາກ VOV)

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ

Top