• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຄຸມເຂັ້ມມາດຕະການເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19

      ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດກ່ວາ 813.000 ຄົນ, ໃນຈຳນວນຜູ້ຕິດເຊື້ອທັງໝົດ 50,4 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ພາບປະກອບ:  Reuters
      ນັບແຕ່ເວລາ 16 ໂມງຂອງວັນທີ 08 ທັນວາ ຮອດເວລາ 16 ໂມງຂອງວັນທີ 09 ທັນວາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລາຍໃໝ່ຕື່ມອີກ 15.311 ຄົນ. ໃນວັນທີ 09 ທັນວາ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 14.558 ຄົນ, ມີຜູ້ເສຍຊີວິດ 256 ຄົນ.
ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 9 ທັນວາ (ຕາມເວລາ UTC),  ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 268 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 5,3 ລ້ານຄົນ. ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດກ່ວາ 813.000 ຄົນ, ໃນຈຳນວນຜູ້ຕິດເຊື້ອທັງໝົດ 50,4 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ຢູ່ອາຊີຕາເວັນອອກສ່ຽງໃຕ້, ລັດຖະບານ ລາວໄດ້ອອກຄຳສັ່ງ ເພີ່ມທະວີການຄວບຄຸມຢູ່ເຂດຊາຍແດນ ພາຍຫຼັງ ໄທ ຢັ້ງຢືນມີຜູ້ຕິດເຊື້ອໄວຣັດກາຍພັນ Omicron ຄົນທຳອິດ ໃນວັນທີ 6 ທັນວາທີ່ຜ່ານມາ. ຟີລິບປິນ ໄດ້ປະກາດວ່າ ປະເທດນີ້ຈະຫ້າມບໍ່ໃຫ້ແຂກທ່ອງທ່ຽວທີ່ມາຈາກຝລັ່ງ ເຂົ້າປະເທດເພື່ອແນໃສ່ສະກັດກັ້ນຄວາມສ່ຽງ ແຜ່ລະບາດເຊື້ອໄວຣັດກາຍພັນ Omicron.
      ໃນສະພາບການເຊື້ອໄວຣັດກາຍພັນ Omicron ພວມແຜ່ລະບາດຢ່າງແຮງຢູ່ຫຼາຍປະເທດ, ທ່ານ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ຕ້ອງຕີລາຄາຄືນ ມາດຕະການຮັບມືກັບໂລກລະບາດໂຄວິດ - 19 ແລະ ເພີ່ມຄວາມໄວໃນການສັກວັກຊິນກັນໂຄວິດ - 19 ເພື່ອແນໃສ່ຫຼຸດຜ່ອນຄວາມໄວໃນການແຜ່ລະບາດຂອງເຊື້ອໄວຣັດກາຍພັນນີ້.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top