• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ, ເສີມ​ຂະ​ຫຍາຍ​ຄຸ​ນ​ຄ່າ​ທຳ​ມະ​ຊາດ​ຂອງ ລັງ​ໂກ - ອ່າວ​ງາມ​ທີ່​ສຸດ​ໃນ​ໂລກ

ລາຍການສະແດງສິລະປະສະເຫຼີມສະຫຼອງ “ລັງໂກ - ອ່າວງາມທີ່ສຸດໃນໂລກ - 15 ປີແຫ່ງການກໍ່ສ້າງ ແລະ ພັດທະນາ” ໄດ້ດຳເນີນໃນຕອນຄ່ຳວັນທີ 11 ພຶດສະພາ ຢູ່ເທດສະບານ ລັງໂກ, ເມືອງຝຸລົກ, ແຂວງ ເທື່ອທຽນເຫວ້.
ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ຢັ້ງຢືນວ່າ 15 ປີຜ່ານມາ, ລັງໂກ ໄດ້ມີການພັດທະນາຢ່າງກະໂດດຂັ້ນ ເມື່ອດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ; ກາຍເປັນຈຸດນັດພົບທີ່ໄດ້ຮັບຄວາມນິຍົມ ຈາກບັນດານັກລົງທຶນດ້ານການທ່ອງທ່ຽວ, ການບໍລິການທັງພາຍໃນປະເທດ ແລະ ສາກົນ, ມີຫຼາຍໂຄງການທີ່ມີຂອບຂະໜາດໃຫຍ່ໄດ້ ແລະ ພວມໄດ້ຮັບການດຳເນີນກໍ່ສ້າງ. ປັດຈຸບັນ, ແຂວງເທື່ອທຽນເຫວ້ ພວມສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ບົນເນື້ອໃນຈິດໃຈສືບຕໍ່ປົກປັກຮັກສາບັນດາຄຸນຄ່າຂອງທຳມະຊາດ ແລະ ສິ່ງແວດລ້ອມທະເລ ລັງໂກ, ສົມທົບກັບການລົງທຶນພັດທະນາ, ເສີມຂະຫຍາຍຄຸນຄ່າອ່າວ ລັງໂກ ທີ່ສວມງາມ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

ບັນດາກິດຈະກຳສະເຫຼີມສະຫຼອງ 15 ປີແຫ່ງວັນລັງໂກ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກນັ້ນ ໄດ້ດຳເນີນແຕ່ວັນທີ 10 – 12 ພຶດສະພາ, ດ້ວຍຫຼາຍເຫດການທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດພາກ, ເຊັ່ນ: ລາຍການສະແດງສິລະປະ, ການສະແດງໂດດຈ້ອງເວີ່ນເວຫາ, ລອຍກະໂທງ, ຊ່ວງເຮືອ SUP...

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top