• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາ, ເຊີດຊູເຄື່ອງໝາຍການຄ້າໝາກກ້ຽງແລະບັນດາຜະລິດຕະພັນກະເສດຂອງແຂວງຮ່າຕິ້ງ

`ຕອນຄ່ຳວັນທີ 02 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຄັ້ງທີ 1, ເຊິ່ງໄດ້ຈັດຕັ້ງຢູ່ສູນວັດທະນະທຳ ແລະ ວາງສະແດງຂອງແຂວງຮ່າຕິ້ງ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມງານບຸນໝາກກ້ຽງ
ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ
(ພາບ: TTXVN)
      ງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຄັ້ງທີ 1 ປີ 2017 ໄດ້ຮັບການຈັດຕັ້ງເພື່ອໂຄສະນາ, ເຊີດຊູເຄື່ອງໝາຍການຄ້າ, ຄຸນນະພາບຂອງໝາກກ້ຽງ ແລະ ບາງຜະລິດສະພັນກະເສດສະເພາະຂອງທ້ອງຖິ່ນຕ່າງໆ; ພ້ອມທັງແມ່ນໂອກາດເພື່ອກະຕຸກຊຸກຍູ້ຄວາມຕ້ອງການບໍລິໂພກອຸປະໂພກ, ຈາກນັ້ນຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດໃຫ້ແຂວງຮ່າຕິ້ງ.
        ງານບຸນຄັ້ງທຳອິດປີນີ້ໄດ້ຮັບການຈັດຕັ້ງໂດຍມີການເຂົ້າຮ່ວມຂອງ 28 ຫົວໜ່ວຍເຂົ້າຮ່ວມໄດ້ວາງສະແດງບັນດາຜະລິດຕະພັນຂ້ອງທ້ອງຖິ່ນໃນແຂວງ. ງານບຸນໝາກກ້ຽງ ແລະ ບັນດາຜະລິດຕະພັນກະເສດຮ່າຕິ້ງ ຖືກດຳເນີນຮອດວັນທີ 04 ທັນວາ 2017.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top