• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງການຄູ່ຮ່ວມມືປາຊີຟິກ 2018 ຢູ່ແຂວງແຄ໋ງຮວ່າ ປະສົບຜົນສຳເລັດຢ່າງຈົບງາມ

ນີ້ແມ່ນການເຄື່ອນໄຫວປີທີ 13 ຂອງໂຄງການຄູ່ຮ່ວມມືປາຊີຟິກ ແລະ ກໍເປັນຄັ້ງທີ 02 ໂຄງການດັ່ງກ່າວຖືກຜັນຂະຫຍາຍຢູ່ແຂວງແຄ໋ງຮວ່າ.

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກກັບຄະນະນາຍທະຫານແລະພະນັກງານກຳປັ່ນ ໂຮງໝໍ USNS Mercy

(ພາບ: TTXVN)

ວັນທີ 02 ມິຖຸນາ, ທີ່ທ່າກຳປັ່ນຍາຈາງ, ອຳນາດການປົກຄອງແຂວງແຄ໋ງຮວ່າ ໄດ້ຈັດຕັ້ງພິທີອຳລາຄະນະນາຍທະຫານ ແລະພະນັກງານກຳປັ່ນ ໂຮງໝໍ USNS Mercy ສັງກັດກອງບັນຊາການທະຫານເຮືອອາເມລິກາ, ກຽມອອກຈາກທ່າກຳປັ່ນຍາຈາງ ພາຍຫຼັງສິ້ນສຸດການເຮັດວຽກເປັນເວລາ 02 ອາທິດຢູ່ຍາຈາງໃນຂອບເຂດໂຄງການຄູ່ຮ່ວມມືປາຊີຟິກ 2018 (PP 2018). ລະອຽດຄື, ໂຄງການ PP 2018 ໄດ້ປະຕິບັດສຳເລັດການກໍ່ສ້າງໃໝ່, ຍົກລະດັບ, ສ້ອມແປງຫ້ອງຮຽນຫຼາຍຫ້ອງ, ຫ້ອງປິ່ນປົວພະຍາດຂັ້ນຕາແສງ ທີ່ເທດສະບານນິງຮວ່າ, ຢູ່ເມືອງຢຽນເຈົາ ແລະ ຢຽນແຄ໋ງ, ແລກປ່ຽນຖອດຖອນບົດຮຽນກ່ຽວກັບການປ້ອງກັນ, ຕ້ານ ແລະການຮັບມືກັບໄພພິບັດທຳມະຊາດ.

        ນີ້ແມ່ນການເຄື່ອນໄຫວປີທີ 13 ຂອງໂຄງການຄູ່ຮ່ວມມືປາຊີຟິກ ແລະ ກໍເປັນຄັ້ງທີ 02 ໂຄງການດັ່ງກ່າວຖືກຜັນຂະຫຍາຍຢູ່ແຂວງແຄ໋ງຮວ່າ. ນອກຈາກການນຳໜ້າຂອງອາເມລິການແລ້ວ, ເຂົ້າຮ່ວມໂຄງການຍັງມີການຮ່ວມມືຂອງກຳລັງທະຫານເຮືອຈາກອັງກິດ, ຍີ່ປຸ່ນ ແລະ ຄູ່ຮ່ວມມືຫວຽດນາມ ດ້ວຍຈຳນວນພະນັກງານທັງໝົດ ກວ່າ 800 ຄົນໄດ້ມີການເຮັດວຽກນຳກັນ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top