• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກ​ປ່​ຽນ​ບົດ​ຮຽ​ນ​ລະ​ຫວ່າງ​ນາ​ຍທ​ະ​ຫານ​ໜຸ່ມຫວຽດ​ນາມ - ສິງ​ກະ​ໂປ

ທີ່ການໂອ້ລົມສົນທະນາ, ທ່ານພັນໂທ ເຈິນວຽດນັງ ໄດ້ສະເໜີໃຫ້ນາຍທະຫານໜຸ່ມຂອງກອງທັບສອງປະເທດເພີ່ມທະວີການໂຄສະນາ - ສຶກສາ,  ຄັດຄ້ານ, ຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ເລ່ລ່ຽມທີ່ແນໃສ່ແບ່ງແຍກການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບຖືກປະລາໄຊ.

ການໂອ້ລົມສົນທະນາ (ພາບ: bqp.com)
ຕອນບ່າຍວັນທີ 1 ກໍລະກົດ, ທ່ານພັນໂທ ເຈິນວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ແລະ ທ່ານ ພັນຕີ Tan You Rong, ຫົວໜ້ານາຍທະຫານໜຸ່ມກອງທັບສິງກະໂປ, ຮ່ວມເປັນປະທານການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມກອງທັບສອງປະເທດ. ທີ່ການໂອ້ລົມສົນທະນາ, ທ່ານພັນໂທ ເຈິນວຽດນັງ ໄດ້ສະເໜີໃຫ້ນາຍທະຫານໜຸ່ມຂອງກອງທັບສອງປະເທດເພີ່ມທະວີການໂຄສະນາ - ສຶກສາ,  ຄັດຄ້ານ, ຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ເລ່ລ່ຽມທີ່ແນໃສ່ແບ່ງແຍກການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບຖືກປະລາໄຊ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ນາຍທະຫານໜຸ່ມສອງປະເທດຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາໃຫ້ແກ່ຖັນແຖວນາຍທະຫານໜຸ່ມ ແລະ ປະຊາຊົນສອງປະເທດກ່ຽວກັບຄວາມໝາຍ, ຄວາມສຳຄັນໃນການເພີ່ມທະວີການພົວພັນ “ຄູ່ຮ່ວມມືຍຸດທະສາດ”, ສືບຕໍ່ເປັນເສນາທິການສະເໜີໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການຮ່ວມມືໃນຂົງເຂດການບຳລຸງສ້າງ, ຝຶກອົບຮົມໃຫ້ແກ່ຖັນແຖວນາຍທະຫານໜຸ່ມໃນຂົງເຂດການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top