• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜນການປະຕິບັດສັນຍາການຄ້າກັບລາວ


(ພາບປະກອບ)
      ນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ່​ເຊັນຂໍ້​ຕົກລົງ​ປະກາດ​ໃຊ້​ແຜນການ​ປະຕິບັດ​ສັນຍາ​ການ​ຄ້າ​ລະຫວ່າງ​ລັດຖະບານ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ລັດຖະບານ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ. ​ເນື້ອ​ໃນ​ແຜນການ​ປະຕິບັດ​ສັນ​ຍາ​ລວມມີ: ສ້າງ​ຕັ້ງໜ່ວຍ​ປະຕິບັດ​ງານຕິດຕາມ​ກວດກາ, ຊຸກຍູ້​ການ​ປະຕິບັດ​ສັນຍາ; ປະກາດ​ໃຊ້​​ຈົດໝາຍ​ລັດຖະການແນະນຳ​ການ​ປະຕິບັດ​ໂກ​ຕ້າພາສີ ດ້ວຍພາສີ​ນຳ​ເຂົ້າ​ສົ່ງ​ອອກ 0% ສຳລັບປະ​ເພດ​ສິນຄ້າ​ມາ​ຈາກ ສປປ ລາວ ​ແລະ ຈົດໝາຍ​ລັດຖະການ​ທີ່ແນະນຳ​ກ່ຽວກັບພາສີສົ່ງ​ອອກ - ພາສີ​ນຳ​ເຂົ້າ​ບຸລິມະສິດ​ພິ​ເສດ​ສຳລັບ​ປະ​ເພດ​ສິນຄ້າ​ມາ​ຈາກ ສປປ ລາວ; ​ໂຄສະນາ, ​ເຜີຍ​ແຜ່​ເນື້ອ​ໃນ​ສັນຍາ;ຫັນ​ການ​ຄ້າ​ເປັນ​ສະ​ດວກ; ສົ່ງ​ເສີມ​ການ​ຄ້າ; ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ການ​ຄ້າ​ເຖື່ອນ; ໜູນ​ຊ່ວຍ​ໃນ​ວິວັດ​ການ​ເຊື່ອມ​ໂຍງ. ສັນຍາ​ການ​ຄ້າ ຫວຽດນາມ - ລາວ ​ສະບັບໃໝ່​ລວມມີ 6 ພາກ, 16 ມາດຕາ ​ໃນ​ນັ້ນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍົບ​ເວັ້ນ​ພາສີ​ໃຫ້​ກ່ວາ 95% ປະ​ເພດ​ສິນຄ້າ​ທີ່​ມາ​ຈາກ 2 ປະ​ເທດ. ສັນຍາ​ດັ່ງ​ກ່າວ ຈະ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ ພາຍຫລັງ​ການ​ແລກປ່ຽນຈົດໝາຍ​ທາງການ​ທູດ​ລະຫວ່າງ 2 ຝ່າຍສຳ​ເລັດ ​ແລະ ກຳນົດ​ວ່າ ​ແຕ່ລະ​ຝ່າຍ​ໄດ້​ສຳ​ເລັດ​ບັນດາ​ລະບຽບ​ການ​ພາຍ​ໃນ​ທີ່​ຈຳ​ເປັນ​ ​ເພື່ອ​ໃຫ້​​ສັນຍາມີ​ຜົນ​ສັກສິດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top