• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນ​ະ​ນຳ​ພາບ​ພົດ ຫວຽດ​ນາມ ຢູ່​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ແຖວ​ໜ້າເຂດ Balkan

ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.
ບັນດາຜູ້ແທນຖ່ານຮູບຢູ່ຮ້ານວາງສະແດງຂອງ ຫວຽດນາມ (ພາບ: ສະຖານທູດ ຫວຽດນາມ ປະຈຳ ເກຼັກ)

ໃນຂອບເຂດງານວາງສະແດງການຄ້າສາກົນ Thessaloniki (TIF) ຄັ້ງທີ 89 ພວມດຳເນີນຢູ່ນະຄອນ Thessaloniki, ເກຼັກ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ສ້າງມູມ ຫວຽດນາມ ເພື່ອແນໃສ່ແນະນຳໂຄສະນາພາບພົດຂອງ ຫວຽດນາມ ໄປເຖິງປະຊາຄົມວິສາຫະກິດ ເກຼັກ, ເຂດ Balkan ແລະ ໂລກ.

ມູມ ຫວຽດນາມ ລວມມີຮ້ານວາງສະແດງຂອງ ສະຖານທູດ ຫວຽດນາມ ແລະ ວິສາຫະກິດ 3 ແຫ່ງຂອງ ຫວຽດນາມ, ແນະນຳສິນຄ້າຫຼາຍປະເພດ ຈາກບັນດາເຍື່ອງອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ຕະຫຼອດຮອດບັນດາປະເພດສິນຄ້າຄື ດອກໄມ້ອົບແຫ້ງ, ເຄື່ອງແຫ້ງ, ຊາ, ກາເຟ… ພິເສດ, ຮ້ານວາງສະແດງສີສັນ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ຽວຊົມໃນງານຕະຫຼາດນັດ.

ໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top