• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະ​ນຳ​ຊຸດ​ປຶ້ມ “ຫວໍ​ງວຽນ​ຢາບ - ນາຍ​ພົນ​ຂອງ​ປະ​ຊາ​ຊົນ”

ໂຮມພິມຈຳໜ່າຍການເມືອງແຫ່ງຊາດ ໄດ້ຈັດພິທີນຳສະເໜີຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ”, ໂດຍຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ, ຜູ້ອຳນວຍການ - ຫົວໜ້າບັນນາທິການ ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ເປັນຜູ້ຮຽບຮຽງ.
ຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ” (ພາບ:dangcongsan.vn)

ວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ໂຮມພິມຈຳໜ່າຍການເມືອງແຫ່ງຊາດ ໄດ້ຈັດພິທີນຳສະເໜີຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ”, ໂດຍຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ, ຜູ້ອຳນວຍການ - ຫົວໜ້າບັນນາທິການ ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ເປັນຜູ້ຮຽບຮຽງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ເພື່ອສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ (ວັນທີ 7 ພຶດສະພາ  1954 - ວັນທີ 7 ພຶດສະພາ 2024).

ຊຸດປຶ້ມນີ້ໄດ້ພິມຈຳໜ່າຍສະບັບພາສາ ຫວຽດ ແລະ ສະບັບສອງພາສາ ນັ້ນແມ່ນ: ສະບັບພາສາ ຫວຽດນາມ  - ອັງກິດ, ສະບັບພາສາ ຫວຽດນາມ - ຝລັ່ງ, ສະບັບພາສາ ຫວຽດນາມ - ແອັດສະປາຍ, ສະບັບພາສາ ຫວຽດນາມ - ຈີນ, ສະບັບພາສາ ຫວຽດນາມ - ອາຣັບ, ແນໃສ່ປະກອບສ່ວນຕອບສະໜອງຄວາມຕ້ອງການຮຽນຮູ້, ສຶກສາຄົ້ນຄວ້າຂອງຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຊີວິດ ແລະ ພາລະກິດຂອງພົນເອກ ຫວໍງວຽນຢາບ. ເມື່ອແບ່ງປັນທີ່ພິທີ, ທ່ານ Salem Hammad, ຜູ້ແປປຶ້ມສະບັບດັ່ງກ່າວອອກເປັນພາສາ ອາຣັບ ໄດ້ສະແດງຄວາມຫວັງວ່າ ຜູ້ອ່ານ ອາຣັບ ຈະນິຍົມອ່ານ ເພື່ອຊອກຮູ້ກ່ຽວກັບຊີວິດ ກໍຄືຜົນງານອັນຍິ່ງໃຫຍ່ຂອງທ່ານພົນເອກ ຫວໍງວຽນຢາບ ທີ່ສ້າງໄວ້ໃຫ້ປະຊາຊົນ ຫວຽດນາມ ກໍຄື ມວນມະນຸດ ໄດ້ຢ່າງຈະແຈ້ງກວ່າ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top