• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳອະທິປະໄຕທະເລໝູ່ເກາະ ຫວຽດນາມ ຜ່ານງານວາງສະແດງຮູບຖ່າຍຢູ່ ສ.ເຊັກໂກ

      ໃນລະຫວ່າງວັນທີ 12 – 14 ກໍລະກົດ, ທີ່ສະໜາມຫລວງສາທາລະນະລັດ, ປຣາຮາ, ສ.ເຊັກໂກ ດຳເນີນງານວາງສະແດງຮູບຖ່າຍ, ເອກະສານ “ຫວຽດນາມ: ປະເທດ, ປະຊາຊົນ - ຜ່ານພາບພົດທະເລໝູ່ເກາະ”

(ພາບປະກອບ)
      ກ່າວຄຳເຫັນທີ່ພິທີເປີດໃນວັນທີ 12 ກໍລະກົດ, ທ່ານ ໂຮ່ມີງຕ໋ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຢືນຢັນວ່າ ຄວາມສຳຄັນຂອງງານວາງສະແດງຮູບຖ່າຍໃນການປັບປຸງນ້ຳໃຈມິດຕະພາບ ຫວຽດນາມ - ສ.ເຊັກໂກ. ງານວາງສະແດງມີຮູບຖ່າຍເກືອບ 100 ແຜ່ນ, ສຸມໃສ່ແນະນຳກ່ຽວກັບຄວາມງາມທະເລເໝູ່ເກາະຂອງ ຫວຽດນາມ, ປະເທດທີ່ມີຝັ່ງທະເລຍາວກ່ວາ 3000 ກມ, ດ້ວຍໝູ່ເກາະ, ເກາະກ່ວາ 3000 ແຫ່ງ. ໂດຍຜ່ານບັນດາຮູບຖ່າຍ, ຊາວ ເຊັກໂກ ໄດ້ຮັບຮູ້ຕື່ມອີກກ່ຽວກັບຊີວິດການເປັນຢູ່, ວັດທະນະທຳທີ່ເປັນເອກະລັກສະເພາະ ກໍ່ຄືການທຳມາຫາກິນຢ່າງພິລາອາດຫານບົນທະເລຂອງຊາວປາມົງ ຫວຽດນາມ, ບັນດາຜົນງານຂອງການພັດທະນາເສດຖະກິດທະເລໝູ່ເກາະຢູ່ ຫວຽດນາມ. ຕີລາຄາສູງແນວຄວາມຄິດຈັດຕັ້ງງານວາງສະແດງ, ທ່ານນາງ Annea Matouskova ຮອງລັດຖະມົນຕີກະຊວງວັດທະນະທຳ ສ.ເຊັກໂກ ຖືວ່າ:
        “ບັນດາຮູບຖ່າຍທີ່ງານວາງສະແດງນີ້ ມີຄວາມງາມຫລາຍ, ແລະ ສິ່ງທີ່ເປັນໜ້າປະທັບໃຈຊື່ນກ່ວາອີກ ແມ່ນບັນດາຮູບຖ່າຍນີ້ ຈະໄດ້ຮັກສາໄວ້ຢູ່ ສ.ເຊັກໂກ. ບໍ່ພຽງແຕ່ປະຊາຊົນຢູ່ໃຈກາງນະຄອນຫລວງເທົ່ານັ້ນ ຫາກຍັງບັນດາແຂວງອື່ນໆຂອງ ເຊັກໂກ ສາມາດຢ້ຽມຊົມບັນດາຮູບຖ່າຍນີ້ອີກດ້ວຍ. ພວກຂ້າພະເຈົ້າ ສະໜັບສະໜູນການຮ່ວມມື ແລະ ພັດທະນາວັດທະນະທຳ, ຂໍ້ມູນຂ່າວລະຫວ່າງ 2 ປະເທດ ສ.ເຊັກໂກ ແລະ ຫວຽດນາມ. ພວກເຮົາມີຄວາມປາດຖະໜາຢາກ ຈະມີບັນດາງານວາງສະແດງຄືດັ່ງກ່າວຕື່ມອີກ”. 
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top