• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວຄິດການທູດ ໂຮ່ຈີມິນ ແມ່ນມໍລະດົກອັນລ້ຳຄ່າ

ແນວຄິດການທູດໂຮ່ຈີມິນ ລວມມີບັນດາຫຼັກການ, ເນື້ອໃນ, ແບບວິທີ, ວິຖີຊີວິດ ແລະ ສິລະປະທາງການທູດ.

(ພາບເອກະສານ: nhandan.com.vn)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີບົດຂຽນ “ແນວຄິດການທູດໂຮ່ຈີມິນ ໃນແນວທາງການຕ່າງປະເທດຂອງພັກ ແລະ ລັດຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

        ບົດຂຽນໄດ້ຢືນຢັນວ່າ, ໂດຍແມ່ນຜູ້ນຳທີ່ປີຊາສາມາດ, ແມ່ນນັກການທູດດີເລີດ ທີ່ໄດ້ສ້າງຕັ້ງພື້ນຖານການທູດຫວຽດນາມ ອັນທັນສະໄໝ, ປະທານໂຮ່ຈີມິນ ໄດ້ຊີ້ນຳວຽກງານການທູດຂອງຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ປະກອບສ່ວນຍາດເອົາເອກະລາດ, ເສລີພາບ ແລະ ໂຮມປະເທດຊາດເປັນເອກະພາບ. ປະທານໂຮ່ຈີມິນ ໄດ້ສ້າງແນວຄິດການທູດທີ່ເປັນເອກະລັກສະເພາະ - ແນວຄິດການທູດໂຮ່ຈີມິນ ໃຫ້ພື້ນຖານການທູດຫວຽດນາມ ທັນສະໄໝ.

        ແນວຄິດການທູດໂຮ່ຈີມິນ ລວມມີບັນດາຫຼັກການ, ເນື້ອໃນ, ແບບວິທີ, ວິຖີຊີວິດ ແລະ ສິລະປະທາງການທູດ. ປະທານໂຮ່ຈີມິນ ໄດ້ເຊີດຊູບັນດາສິດອັນເປັນພື້ນຖານຂອງຊາດ, ລວມທັງເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ, ອະທິປະໄຕແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ, ທ້ອນໂຮມປະເທດຊາດ, ສັນຕິພາບ ແລະ ຕ້ານສົງຄາມຮຸກຮ້ານ. ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ແນວຄິດການທູດໂຮ່ຈີມິນ ແມ່ນມໍລະດົກອັນລ້ຳຄ່າ, ແມ່ນພື້ນຖານກຳລັງແຮງ ແລະ ແມ່ນຂໍກຸນແຈເພື່ອຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ຜ່ານບັນດາໄລຍະປະຕິວັດໃຫ້ມີໄຊ ແລະ ມີປະສິດທິຜົນ.

        ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນທາງການທູດກັບ 189/193 ປະເທດສະມາຊິກສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານກັບ 30 ປະເທດ.

(ແຫຼ່ງຄັດຈາກ VOV)

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top