• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່ຫວັງເພີ່ມທະວີການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ

ວັນທີ 2 ມີນາ, ປະຕູຖານຂໍ້ມູນເອເລັກໂຕນິກທາງການຂອງນະຄອນມົດສະກູປະເທດລັດເຊຍ, ໄດ້ປະກາດຕົວເລກສະຫຼູບການແລກປ່ຽນການຄ້າ ລະຫວ່າງມົດສະກູ ກັບ ຫວຽດນາມ ໃນປີ 2021.
  ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ (ພາບ: TTXVN)  

 ຕາມນັ້ນແລ້ວ, ວົງເງິນສົ່ງອອກນຳເຂົ້າຂອງນະຄອນຫຼວງມົດສະກູ ກັບບັນດາທ້ອງຖິ່ນ ຫວຽດນາມ ບັນລຸ 3,9 ຕື້ USD ບັນລຸລະດັບການເຕີບໂຕ 36% ເມື່ອທຽບໃສ່ກັບປີ 2020.

ປະຕູຖານຂໍ້ມູນເອເລັກໂຕນິກມົດສະກູ ຍັງໄດ້ຄັດສະເໜີຄຳເຫັນຂອງນັກຊ່ຽວຊານສູນ Mosprom ຂຶ້ນກັບພະແນກລົງທຶນ ແລະ ນະໂຍບາຍອຸດສາຫະກຳ ມົດສະກູ ຄາດວ່າ ໃນ 5 ປີຈະມາເຖິງ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາການຕະຫຼາດພັດທະນາທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ບັນດານັກຊ່ຽວຊານຂອງ Mosprom ໄດ້ຕີລາຄາກ່ຽວກັບການລົງນາມສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບເສດຖະກິດ ອາຊີ - ເອີລົບ (EAEU) ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດແຫ່ງການຊຸກຍູ້ການພົວພັນການຄ້າລະຫວ່າງ ລັດເຊຍ ແລະ ຫວຽດນາມ, ຫັນບັນດາຂົງເຂດຮ່ວມມືຄື ການຄ້າເອເລັກໂຕນິກ, ການຈັດຊື້ຂອງລັດ, ປົກປ້ອງການແກ້ງແຍ່ງ ແລະ ຊັບສິນທາງປັນຍາຂອງນັກຜະລິດສົ່ງອອກເປັນລະອຽດ.

ກ່ອນໜ້ານັ້ນ, ສຳນັກຂ່າວສານ Interfax ໄດ້ລົງຂ່າວວ່າ ໃນການພົບປະກັບທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ, ທ່ານ Anton Kobyakov ທີ່ປຶກສາຂອງປະທານາທິບໍດີ ສະຫະພັນລັດເຊຍ ເຊື່ອໝັ້ນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕຫຼາຍຢ່າງ.  


(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ລັດຖະບານໄດ້ປະກອບຄຳເຫັນໃສ່ 5 ເນື້ອໃນຄື: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ

Top