• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ແທັງຮ໋ວາ ເຊື່ອມຕໍ່ດ້ານການທ່ອງທ່ຽວກັບ 6 ແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້

ແຂວງ ແທງຮ໋ວາ ມີແຫຼ່ງຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ພິເສດ, ມີຄຸນຄ່າລະດັບຊາດ ແລະ ສາກົນ.
ທີ່ກອງປະຊຸມເຊື່ອມຕໍ່ການທ່ອງທ່ຽວ

ຕອນບ່າຍວັນທີ 25 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນແຂວງ ແທງຮ໋ວາ ໄດ້ຈັດກອງປະຊຸມເຊື່ອມຕໍ່ການທ່ອງທ່ຽວກັບນະຄອນ ໂຮ່ຈີມິນ ແລະ 5 ແຂວງທາງທິດຕາເວັນອອກພາກໃຕ້, ລວມມີ: ໄຕນິງ, ບິ່ງເຢືອງ, ບິ່ງເຟືອກ, ດົ່ງນາຍ, ບ່າເຣ້ຍ - ວູງເຕົ່າ.      

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນທີ, ຮອງປະທານຜູ້ປະຈຳການຄະນະກຳມະນານປະຊາຊົນແຂວງ ແທງຮ໋ວາ ໃຫ້ຮູ້ວ່າ, ແຂວງ ແທງຮ໋ວາ ມີແຫຼ່ງຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ພິເສດ, ມີຄຸນຄ່າລະດັບຊາດ ແລະ ສາກົນ. ພົ້ນເດັ່ນຄື: ເຂດປູຊະນີຍະສະຖານປະຫວັດສາດ ແທງຍ່າໂຮ່ ເຊິ່ງອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ເຊີດຊູວ່າແມ່ນມໍລະດົກວັດທະນະທຳໂລກ, ເຂດປູຊະນີຍະສະຖານແຫ່ງຊາດພິເສດ ລາມກິມ.    

ທີ່ກອງປະຊຸມ, ສະມາຄົມທ່ອງທ່ຽວແຂວງ ແທງຮ໋ວາ ພ້ອມກັບສະມາຄົມທ່ອງທ່ຽວນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກພາກໃຕ້ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືພັດທະນາການທ່ອງທ່ຽວ. ປີ 2023 ນີ້, ແຂວງ ແທງຮ໋ວາ ໄດ້ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ 12 ລ້ານເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top