• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເຊີນລາໄຂງານວາງສະແດງຮູບແຕ້ມ, ຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ

      ຕອນເຊົ້າ ວັນທີ 7 ມີນາ, ກົມການເມືອງກອງທັບເຮືອ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ

ພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ ເຊີນລາຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອະທິປະໄຕ
ຊາຍແດນ - ທະເລ - ໝູ່ເກາະ ຂອງປະເທດຊາດ
      ຈັດຕັ້ງພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ ເຊີນລາຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອະທິປະໄຕຊາຍແດນ - ທະເລ - ໝູ່ເກາະ ຂອງປະເທດຊາດ ”. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນ, ຮູບພາບເກືອບ 200 ຢ່າງ, ປະກອບສ່ວນຂໍ້ມູນຂ່າວສານ, ໂຄສະນາໃຫ້ພະນັກງານ, ນັກຮົບ ແລະ ບັນດາປະຊາຊົນທຸກຊັ້ນວັນນະ ຮັບຮູ້ຢ່າງເລິກເຊິ່ງກວ່າ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
        ງານວາງສະແດງ ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນ, ລົງນາມໃນລາຍການສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະ ລະຫວ່າງເຫຼົ່າທັບກອງທັບເຮືອ ກັບ ແຂວງເຊີນລາ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top