• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງລາຍເຈົາ: ການພົບປະສັງສັນກັບພະຍານປະຫວັດສາດໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອປີ1979

      ຕອນບ່າຍວັນທີ 16 ກຸມພາ ຢູ່ ນະຄອນລາຍເຈົາ, ຄະນະພົວພັນຕິດຕໍ່ນັກຮົບເກົ່າປ້ອງກັນຊາຍແດນນະຄອນ ລາຍເຈົາ ແຂວງ ລາຍເຈົາ ໄດ້ຈັດຕັ້ງການພົບປະສັງສັນພະຍານປະຫວັດສາດ ຊື່ງແມ່ນບັນດາຜູ້ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາຊາຍແດນ ຢູ່ແຂວງລາຍເຈົາປີ 1979.

ບັນດາພະຍານປະຫວັດສາດເຂົ້າຮ່ວມການຕໍ່ສູ້ຕ້ານສັດຕູຮຸກຮານເມື່ອວັນທີ 17 ກຸມພາປີ 1979
      ທີ່ການພົບປະ, ບັນດາພະຍານປະຫວັດສາດໄດ້ທົບທວນຄືນມູນເຊື້ອອັນສະຫງ່າອົງອາດຂອງຊາດ, ຂອງທະຫານ ແລະ ປະຊາຊົນລາຍເຈົາໃນຕະຫລອດເດືອນຫນຶ່ງທຳການຕໍ່ສູ້ຕ້ານສັດຕູຮຸກຮານເມື່ອວັນທີ 17 ກຸມພາປີ 1979. ບັນດານັກຮົບເກົ່າ ຢືນຢັນວ່າ ການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອຢູ່ບໍລິເວນແຂວງ ລາຍເຈົາ ແມ່ນການປ້ອງກັນຕົວເພື່ອຄວາມເປັນທຳ.
ຜ່ານ 17 ບັ້ນຮົບ, ທະຫານ ແລະ ປະຊາຊົນ ລາຍເຈົາ ໄດ້ດັບສູນສັດຕູນັບພັນໆຄົນ, ຈູດເຜົາລົດຖັງ 2 ຄັນ ບັງຄັບໃຫ້ສັດຕູຜູ້ຮຸກຮານຕ້ອງຖອນກຳລັງອອກຈາກເຂດຊາຍແດນທາງພາກເຫນືອຫວຽດນາມ ໃນວັນທີ 11 ກຸມພາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top